ອາຊຽນ-ຍີ່ປຸ່ນຮ່ວມມືພ້ອມກັນພັດທະນາ

ອາຊຽນ-ຍີ່ປຸ່ນຮ່ວມມືພ້ອມກັນພັດທະນາ - ảnh 1
ກອງປະຊຸມສຳມະນາ “ອະນາຄົດ​ຮ່ວມ​ມື​ພັດທະນາ​ເສດຖະກິດ - ສັງຄົມ​ລະຫວ່າງ ອາ​ຊຽນ ​ແລະ ຍີ່ປຸ່ນ”

(vovworld) –  “ອະນາຄົດ​ຮ່ວມ​ມື​ພັດທະນາ​ເສດຖະກິດ - ສັງຄົມ​ລະຫວ່າງ ອາ​ຊຽນ ​ແລະ ຍີ່ປຸ່ນ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ສູນ​ຄົ້ນ​ຄ້ວາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່ ຈາ​ກາ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ, ຈັດ​ຕັ້ງ​ໃນ​ວັນ​ທີ 17/2. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກາ​ນພົວພັນ ອາ​ຊຽນ - ຍີ່ປຸ່ນ ​ໃນ​ໄລຍະ​ປະຈຸ​ບັນ, ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ​ໄຈ້​ແຍກ​ບັນດາ​ແງ່​ມູມທີ່​ກ່ຽວຂ້ອງ​ເຖິງ​ການ​ຊຸກຍູ້​ການ​ພົວພັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອງ​ນີ້​ໃນ​ຂົງ​ເຂດ​ຕ່າງໆ. ບັນດາ​ນັກ​ຊ່ຽວຊານ​ລ້ວນ​ແຕ່​ເຫັນ​ດີ​ເປັນ​​ເອກະສັນ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ ອາ​ຊຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ​ດ້ວຍ​ພົນລະ​ເມືອງ 635 ລ້ານ​ຄົນ ​ແລະ ຍອດ GDP ບັນ​ລຸ 2,4 ຕື້ USD. ບັນດາ​ນັກ​ຊ່ຽວຊານ​ກໍ​ຄາດ​ຄະ​ເນ​ການ​ລົງທຶນ​ຂອງ ຍີ່​ປຸ່ນ ​ເຂົ້າ​ພາກ​ພື້ນ ອາ​ຊຽນ ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ບັນດາ​ຂົງ​ເຂດ​ຄື: ພື້ນຖານ​ໂຄງ​ລ່າງ, ​ເຕັກນິກ, ການ​ສຶກສາ ​ແລະ ກໍ່​ສ້າງ​ວິຊາ​ຊີບ. ​ແນວ​ຄວາມ​ຄິດ​ສ້າງ​ເຄື່ອງໝາຍ​ການ​ຄ້າ “Made in ASEAN” ກໍ​ໄດ້​ນຳ​ມາ​ປຶກສາ​ຫາລື.


ຂ່າວ/ບົດ​ອື່ນ