ອາຊຽນພວມມານະພະຍາຍາມພ້ອມກັບສປຊແກ້ໄຂບັນດາສິ່ງທ້າທ້າຍຕໍ່ຄວາມໝັ້ນຄົງ
(ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ)
(vovworld) – ອາຊຽນ ພວມມານະພະຍາຍາມພ້ອມກັບສະຫະປະຊາຊາດແກ້ໄຂບັນດາສິ່ງທ້າທ້າຍຕໍ່ຄວາມໝັ້ນຄົງ. ສິ່ງດັ່ງກ່າວແມ່ນຄຳຢືນຢັນຂອງທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໃນບົດກ່າວປາໄສທີ່ວາລະປະຊຸມປຶກສາຫາລື ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບຫົວຂໍ້ “ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ສິ່ງທ້າທ້າຍສຳລັບຄວາມໝັ້ນຄົງໃນທົ່ວໂລກປະຈຸບັນ”, ເຊິ່ງດຳເນີນໄປໃນວັນທີ 18/08, ຢູ່ສຳນັກງານສະຫະປະຊາຊາດ, ທ່ີນິວຢອກ, ປະເທດອາເມລິກາ.
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຖືວ່າ, ບັນດາອົງການຈັດຕັ້ງໃນພາກພື້ນ ໄດ້ສວມບົດບາດສຳຄັນໃນສະພາບທີ່ປະຊາຄົມໂລກ ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍໃນຄວາມມານະພະຍາຍາມຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ຍ້ອນບັນດາບັນຫາປ້ອງກັນຄວາມສະຫງົບທີ່ເຄີຍມີມາ ແລພ ບໍ່ເຄີຍມີມາ ສືບຕໍ່ມີການຜັນແປ່ຫຼາຍຢ່າງທີ່ສັບສົນ. ໃນຊຸມປີຜ່ານມາ, ອາຊຽນ ໄດ້ມານະພະຍາຍາມ ຮ່ວມແຮງຮ່ວມໃຈເພື່ອແນໃສ່ເພີ່ມທະວີການຮັກສາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ, ປະກອບສ່ວນສຳຄັນເຂົ້າໃນການສ້າງຕັ້ງປະຊາຄົມອາຊຽນ ໃນປີ 2015. ອາຊຽນ ກໍພວມຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມື ເພື່ອແນໃສ່ສະກັດກັ້ນການປະທະກັນ, ແກ່ໄຂການຂັດແຍ້ງໃນພາກພື້ນໂດຍສັນຕິວິທີ, ໃນນັ້ນມີການສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC). ນອກຈາກນັ້ນ, ຍາມໃດ ອາຊຽນ ກໍຖືເປັນສຳຄັນເລື່ອງຊຸກຍູ້ການພົວພັນຮ່ວມມືກັບສະຫະປະຊາຊາດ, ໃນນັ້ນມີເລື່ອງເພີ່ມທະວີການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ຕາມທ່ານນາງ ຫງວຽນເຟືອງງາ ແລ້ວ, ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່, ຕ້ອງເຄົາລົບການສ້າງຄວາມເຫັນດີເຫັນພ້ອມ, ຮັບຟັງທັດສະນະຂອງຝ່າຍຕ່າງໆ, ເຄົາລົບບັນດາຫຼັກການໂດຍພື້ນຖານຂອງກົດໝາຍສາກົນ, ໃນນັ້ນມີການເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີ.