ອາຊຽນຢືນຢັນອຳນາດອະທິປະໄຕຕໍ່ການຜະລິດ,ນຳເຂົ້າອາວຸດທຳມະດາ

(VOVWORLD) -ວັນທີ 24 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ ໄດ້ດຳເນີນວາລະປຶກສາຫາລືຫົວເລື່ອງກ່ຽວກັບອາວຸດທຳມະດາ ຢູ່ຄະນະກຳມະການຫຼຸດຜ່ອນກຳລັງອາວຸດ ແລະ ຄວາມໝັ້ນຄົງສາກົນ (ຄະນະ 1), ໃນຂອບເຂດກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ສະຫະປະຊາຊາດ.

ອາຊຽນຢືນຢັນອຳນາດອະທິປະໄຕຕໍ່ການຜະລິດ,ນຳເຂົ້າອາວຸດທຳມະດາ - ảnh 1  ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸ໋ຍ,

ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ

(ພາບ: TTXVN)

ໂດຍຕາງໜ້າໃຫ້ 10 ປະເທດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸ໋ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ກ່າວຄຳເຫັນທີ່ວາລະປຶກສາຫາລື. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ບັນດາການເຄື່ອນໄຫວຜິດກົດໝາຍທີ່ກ່ຽວຂ້ອງເຖິງການຜະລິດ, ຖ່າຍທອດ, ປະກາດໃຊ້ບັນດາອາວຸດເຫຼົ່ານີ້ ໄດ້ສົ່ງຜົນກະທົບຫຍໍ້ທໍ້ເຖິງຄວາມໝັ້ນຄົງລວມໝູ່ ແລະ ເລື່ອງສ້າງບັນດາສັງຄົມຢ່າງວັດທະນາຖາວອນ. ອາຊຽນ ຢືນຢັນຄືນໃໝ່ສິດອຳນາດອະທິປະໄຕສຳລັບເລື່ອງກຳມະສິດ, ຜະລິດ, ສົ່ງອອກ, ນຳເຂົ້າ, ຮັກສາບັນດາປະເພດອາວຸດທຳມະດາ, ເຄື່ອງອາໄຫຼ່ເພື່ອຈຸດປະສົງຄວາມໝັ້ນຄົງ ແລະ ປົກປັກຮັກສາປະເທດຊາດ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງບົດບາດ ແລະ ບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ, ພ້ອມທັງຢືນຢັນວ່າ ຄວນສືບຕໍ່ປັບປຸງກົນຈັກຫຼຸດຜ່ອນກຳລັງອາວຸດ ແລະ ເພີ່ມທະວີການຮ່ວມມືສາກົນ, ພາກພື້ນໃນຂົງເຂດນີ້. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ຍາມໃດ ອາຊຽນ ກໍ່ມານະພະຍາຍາມແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງອາວຸດທຳມະດາໃນພາກພື້ນ ຜ່ານກົນໄກຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ