ອາ​ຊຽນ​ຮັບ​ຮອງ​ເອົາ ເອ​ກະ​ສານ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 3 ສະ​ບັບ

(VOVWORLD) -ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ 10 ປະເທດ ອາຊຽນ  ແລະ ອາຊຽນ + 3 ໄດ້ໃຫ້ຄຳໝັ້ນສັນຍາຈະ ເພີ່ມທະວີການຮ່ວມມືທາງການທະຫານຕ້ານຄືນໂລກລະບາດຂ້າມຊາຍແດນ,  ກໍ່ຄື ຊຸກຍູ້ກົນໄກໜູນຊ່ວຍ ພົນທະຫານຍິງຂຶ້ນກັບກຳລັງຮັກສາສັນຕິພາບ ອາຊຽນ.

ອາ​ຊຽນ​ຮັບ​ຮອງ​ເອົາ ເອ​ກະ​ສານ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 3 ສະ​ບັບ - ảnh 1ພາບປະກອບ: baoquocte.vn

ນີ້ແມ່ນເນື້ອໃນປຶກສາຫາລືຕົ້ນຕໍທີ່ກອງປະຊຸມ ເຊິ່ງດຳເນີນໃນວັນທີ 20 - 21 ເມສາ ຂອງກຸ່ມປະຕິບັດງານ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ (ADSOM WG) ແລະ ADSOM Plus WG ຕາມຮູບການອອນໄລ ໂດຍນາຍພົນ Lay Chenda ຮອງຫົວໜ້າກົມການເມືອງການຕ່າງປະເທດ, ກະຊວງການຕ່າງປະເທດ ກຳປູເຈຍ ເປັນປະທານ. ກຸ່ມປະຕິບັດງານຂອງກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນໄດ້ເຂົ້າຮ່ວມທັງ 2 ກອງປະຊຸມ ພ້ອມກັບເຈົ້າໜ້າທີ່ຄະນະເລຂາ ອາຊຽນ ດ້ວຍຫົວຂໍ້ “ສາມັກຄີເພື່ອຄວາມໝັ້ນຄົງ ແບບກົມກຽວ”.

ກອງປະຊຸມໄດ້ຮັບຮອງເອົານິຍາມເອກະສານ 3 ສະບັບ ໂດຍກຳປູເຈຍຮ່າງຂຶ້ນ ດ້ວຍເປົ້າໝາຍຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງບັນດາປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ