ອາຊຽນເພີ່ມທະວີການ ຮ່ວມມືປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ

ອາຊຽນເພີ່ມທະວີການ ຮ່ວມມືປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ - ảnh 1

(ພາບ:thethaovanhoa.vn)

(vovworld)- ພາຍ​ຫລັງດຳ​ເນີນ​ການ​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ, ຮີບ​ເຮັ່ງມາ​ເປັນ​ເວລາ 2 ວັນ, ​ວັນ​ທີ 20/6, ກອງ​ປະຊຸມ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ​ອາ​ຊຽນປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ ຄັ້ງທີ 13 ​ໄດ້ອັດ​ລົງຢ່າງ​ຈົບງາມ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂັ້ນລັດ ​ແລະ ພາກ​ພື້ນ ​ໃນ​ການປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ. ​ໃນ​ໄລຍະ​ຜ່ານ​ມາ, ປະ​ເທດ​ຕ່າງໆ​ໄດ້​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ເພື່ອ​ປ້ອງ​ກັນ ​ແລະ ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ອາດຊະຍາ​ກຳ​ປະ​ເພດ​ຕ່າງໆ. ບົດ​ລາຍ​ງານ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ປີຜ່ານມາ, ຫວຽດນາມ ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຄຳໝັ້ນສັນຍາ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ການປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ.

  ​ໃນ​ວັນ​ດຽວ​ກັນ, ສະ​ຖາ​ບັນ​ຄົ້ນຄ້ວາ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ໄທ ​ແລະ ສູນ​ຄົ້ນຄ້ວາຍຸ​ດທະ​ສາດ​ອາຊີ​ຂອງ​ອິນ​ເດຍ ​ໄດ້ສົມ​ທົບ​ກັນຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຄວາມ​ສາມັກຄີ​ໃນ​ອາ​ຊຽນ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ການ​ເດີນ​ທະ​ເລ ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ໃນ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ. ຈຸດປະສົງ​ຂອງກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ສ້າງ​ເວທີ​ປາ​ໄສ​ເພື່ອ​ແນ​ໃສ່​ໄປ​ເຖິງ​ມາດ​ຕະການ​ສັນຕິພາບ ​ແລະ ປະກອບສ່ວນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ການ​ເດີນ​ທະ​ເລ​ຊື່​ງອາ​ຊຽນພວມ​ຕ້ອງ​ປະ​ເຊີນ​ໜ້າ. ນັກຮຽນ​ຮູ້​ມາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ, ຈີນ, ອິນ​ເດຍ, ຍີ່ປຸ່ນ…​ເປັນ​ຈຳນວນ​ຫລາຍ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາ.

ຂ່າວ/ບົດ​ອື່ນ