ອາຊຽນເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື

ອາຊຽນເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື - ảnh 1
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ
ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48

(vovworld) - ​ໂດຍ​ສືບ​ຕໍ່ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48 (AEM 48). ວັນ​ທີ 04/08 ບັນດາ​ລັດຖະມົນຕີ​ເລີ່​ມຕົ້ນບັນດາປະຊຸມທາ​ບທາມ​ຄຳ​ເຫັນ​ຕ່າງໆ​ ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ເຊັ່ນ: ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ກັບ ສ.​ເກົາຫຼີ, ຈີນ, ຍີ່ປຸ່ນ, ອົດ​ສະ​ຕາ​ລີ ​ແລະ ນິວຊີ​ແລນ.

        ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ຄັ້ງ​ທີ 19 ກັບ 3 ປະ​ເທດ​ຄູ່​ຮ່ວມ​ມື​ແມ່ນ ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ຈີນ. ລັດຖະມົນຕີ 3 ປະ​ເທດຄູ່​ຮ່ວມ​ມື​ຖື​ວ່າ: ​ເລື່ອງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 2015 ​ແມ່ນ​ຂີດ​ໝາຍ​ສຳຄັນ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ. 3 ປະ​ເທດ​ຄູ່​ຮ່ວມ​ມື​ຊົມ​ເຊີຍ​ແຜນການ​ສັງ​ລວມປະຊາ​ຄົມ​ເສດຖະກິດ ອາ​ຊຽນ 2025 ​ແລະ ຖື​ວ່າ: ສິ່ງ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ຮອດ​ປີ 2025 ກາຍ​ເປັນ​ພາກ​ພື້ນ​ທີ່​ມີ​ຄວາມ​ແກ່ງ​ແຍ້​ງກັນ​ສູງ, ຕິດ​ພັນ; ​ແກ່ງ​ແຍ້​ງກັນ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ໂດຍ​ຜ່ານ​ເພີ່ມ​ທະວີການ​ເຊື່ອມ​ຕໍ່ ກໍ່​ຄື​ຂົງ​ເຂດ​ຮ່ວມ​ມື; ​ເປັນນເສດຖະກິດ​ໜຶ່ງທີ່​ຟົດ​ຟື້ນ​ກ່ວາ, ຕາມ​ກຳນົດ​ທິດ​ຂອງ​ປະຊາຊົນ ​ແລະ ຖື​ປະຊາຊົນ​ເປັນ​ໃຈກາງ; ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ. ບັນດາ​ລັດຖະມົນຕີ​ສະ​ເໜີ​ສະພາ​ວິ​ສາ​ຫະກິດ​ອາຊີ​ຕາ​ເວັນ​ອອກ (EABC) ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ເຊື່ອ​ມ​ໂຍງ​ເສດ​ຖະກິດ​ຢູ່​ພາກ​ພື້ນ.

        ​ໃນ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ລະ​ຫວ່າງ​ບັນດາ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ​ແລະ ອົດ​ສະ​ຕາ​ລີ ​ແລະ ນິວຊີ​ແລນ ຄັ້ງ​ທີ 21, ບັນດາ​ລັດຖະມົນຕີຊົ​ມ​ເຊີຍ ອະນຸ​ສັນ​ຍາ​ເທື່ອ​ທີ 1 ກ່ຽວກັບ​ການ​ປັບປຸງ​ສັນຍາ​​ການ​ຄ້າ​ເສລີ ອາ​ຊຽນ - ອົດສະ​ຕາ​ລີ ​ແລະ ນິວຊີ​ແລນ​ ໄດ້ມີ​ຜົນ​ສັກສິດ​​ເທື່ອ​ລະ​ກ້າວ​ນັບ​ແຕ່​ເດືອນ 10 ປີ 2015, ປະກອບ​ສວ່ນປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ ອາ​ຊຽນ - ອົດ​ສະ​ຕາ​ລີ - ນິວຊີ​ແລນ.

 

ຂ່າວ/ບົດ​ອື່ນ