ອາຊຽນເພື່ອສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບ ແລະ ການພັດທະນາ

ອາຊຽນເພື່ອສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບ ແລະ ການພັດທະນາ - ảnh 1
ທ່ານຮອງລັດຖະມົນຕີ​ຟ້າ​ມກວາງ​ວິ​ງ

(ພາບ: gafin.vn)

(vovworld)- ​​ວັນ​ທີ 18/4, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ​ຟ້າ​ມກວາງ​ວິ​ງ, ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ແລກປ່ຽນ​ກັບວົງ​ການ​ນັກ​ຂ່າວ​ກ່ອນກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 22 ຊື່​ງຈະ​ຈັດ​ຂຶ້ນ​ຢູ່​ບຣູ​ໄນ ​ແຕ່​ວັນ​ທີ 24-25/4/2013, ທ່ານຮອງລັດຖະມົນຕີ​ຟ້າ​ມກວາງ​ວິ​ງ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 22 ​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທຳ​ອິດ​ໃນ​ປີ 2013 ດ້ວຍ​ຫົວ​ເລື່ອງ “ອາ​ຊຽນ-ປະຊາຊົນ ​ແລະ ອະນາຄົດ​ຂອງ​ພວກ​ເຮົາ“. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ນຳ​ໜ້າ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ການ​ນຳ​ອາ​ຊຽນ ຈະ​ປຶກສາ​ຫາລື 4 ບັນຫາ​ຕົ້ນຕໍ​ຄື: ການ​ກຳນົດ​ທິດ ​ແລະ ການ​ໃຫ້​ບຸລິມະສິດ​ຂອງ​ອາ​ຊຽນ​ໃນ​ປີ 2013; ການ​ກຳນົດ​ທິດ​ຂອງ​ອາ​ຊຽນ ​ແຕ່​ນີ້​ຮອດ​ປີ 2015 ​ແລະ ຫຼັງ​ປີ 2015; ຍູ້​ໄວ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ; ​ເສີມ​ຂະຫຍາຍ​ບົດບາດ​ຕົ້ນຕໍຂອງ​ອາ​ຊຽນ ​ໃນ​ບັນດາ​ບັນຫາ​ສຳຄັນ​ຂອງ​ພາກ​ພື້ນ. ບັນດາ​ບັນ​ຫາສາ​ກົນ ​ແລະ ພາກ​ພື້ນ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານຮອງລັດຖະມົນຕີ​ຟ້າ​ມກວາງ​ວິ​ງ ​ເນັ້ນໜັກ​ວ່າ: ​ໃນ​ຊຸມ​ປີຜ່ານ​ມາ, ອາ​ຊຽນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ແມ່ນ​ປັດ​ໄຈ​ສຳຄັນ, ຂາດ​ບໍ່​ໄດ້​ສຳລັບສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບຢູ່​ພາກ​ພື້ນ, ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ​ຍາມ​ໃດ​ກໍ່​ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ບັນດ​າ​ເວທີ​ປາ​ໄສ ​ແລະ ຂອບ​ເຂດ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ