ອາຊຽນເອົາໃຈໃສ່ເປັນພິເສດເຖິງສິດທິມະນຸດ

ອາຊຽນເອົາໃຈໃສ່ເປັນພິເສດເຖິງສິດທິມະນຸດ - ảnh 1
ພາບປະກອບ

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 29/1-2/2, ຄະນະ​ກຳມະການ​ສິດທິ​ມະນຸດ​ລະຫວ່າງ​ລັດຖະບານ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (AICHAR) ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄັ້ງ​ທີ 11 ຢູ່ Brunei ​ເພື່ອ​ແລກປ່ຽນ, ພິຈາລະນາ, ຕີ​ລາຄາ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ບັນດາ​ໂຄງການ ​ແລະ ການ​ເຄື່ອນ​ໄຫວ​ບຸລິ​ມາ​ສິດ​ຂອງ AICHAR, ພ້ອມ​ທັງ​ປຶກສາ​ຫາລື​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫຼ​ງການ​ສິດທິ​ມະນຸດ​ອາ​ຊຽນ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ເມື່ອ​ທ້າຍ​ປີ 2012 ຢູ່ ກຳປູ​ເຈຍ. AICHAR 11 ​ໄດ້​ເຫັນ​ດີ​ສະຫງວນ​ບຸລິມະສິດ​ໃຫ້​ແກ່​ການ​ໂຄສະນາ​ຖະ​ແຫຼ​ງການ​ສິດທິ​ມະນຸດ​ອາ​ຊຽນດ້ວຍ​ການ​ພິມ​ຈຳໜ່າຍ​ບັນດາ​ຜະລິດ​ຕະພັນ​ກ່ຽວ​ກັບ​ຖະ​ແຫຼ​ງການ​ສິດທິ​ມະນຸດ​ອາ​ຊຽນ  ​ແລະ ​ແປ​ບັນດາ​ເນື້ອ​ໃນ​ດັ່ງກ່າວ​ເປັນ​ພາສາ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ