ອາຊຽນແມ່ນຄູ່ຮ່ວມມືສຳຄັນຂອງສະຫະພັນລັດເຊຍ

ອາຊຽນແມ່ນຄູ່ຮ່ວມມືສຳຄັນຂອງສະຫະພັນລັດເຊຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ
(ພາບ: indothaitrade.com)

(vovworld) – ວັນ​ທີ 20/4, ທ່ານ​ຮອງ​ນາຍົກລັດຖະມົນຕີ ສະຫະພັນ​ລັດ​ເຊຍ Arkady Dvokovich ​ໄດ້​ໄປ​ຢ້ຽມຢາມ ຄະນະ​​ເລຂາ ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສາງ​ໃຕ້ (ASEAN) ​ແລະ ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ. ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມິ​ງ ປາຖະໜາ​ຢາກ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍິ່ງກວ່າ​ອີກ. ທ່ານ​ເລຂາທິການ​ໃຫຍ່​ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ລັດ​ເຊຍ​ສຳລັບບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ບັນດາ​ກົນ​ໄກ​ຕ່າງໆ. ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Dvokovich ຜູ້​ຕິດຕາມ​ກວດກາ​ບັນດາ​ບັນຫາ​ເສດຖະກິດ​ຂອງ​ລັດ​ເຊຍ, ຖະ​ແຫຼ​ງວ່າ : ລັດ​ເຊຍ​ຖື​ອາ​ຊຽນ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ ​ແລະ ຮັບ​ຮູ້​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ເສດຖະກິດ​ອັນ​ໃຫຍ່​ຫຼວງ​ຂອງ​ອາ​ຊຽນຈຶ່ງ​ນຳ​ມາ​ເຊິ່ງການ​ຮ່ວມ​ມື​ນີ້. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີລັດ​ເຊຍ​ແລ້ວ, ປະຈຸ​ບັນ ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງຢູ່​ພາກ​ພື້ນ​ອາຊີ-ປາຊີ​ຝິກ ​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ສາກົນ ​ແລະ ຮັບ​ຮູ້​ບັນດາ​ບົດບາດ​​ໃຈກາງ​ຂອງ​ອາ​ຊຽນ​ໃນ​ບັນຫາ​ນີ້. ລັດ​ເຊຍ​ຊົມ​ເຊີຍ​ຕໍ່​​ເລື່ອງ​ສ້າງ​ປະຊາ​ຄົມອາ​ຊຽນ​ໃນ​ປີ 2015, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​​ຮ່ວມ​ມື​​ແໜ້ນ​ແຟ້ນກວ່າ​ອີກ​ ​ເພື່ອ​ພັດທະນາ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ລັດ​ເຊຍ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.


ຂ່າວ/ບົດ​ອື່ນ