ອາຊຽນແລະອິນເດຍເພີ່ມທະວີການຮ່ວມມື

ອາຊຽນແລະອິນເດຍເພີ່ມທະວີການຮ່ວມມື - ảnh 1
(ພາບປະກອບ)

​(vovworld) - ວັນ​ທີ 23/06, ທີ່​ຄະນະ​ເລ​ຂາ​ອາ​ຊຽນ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 15 ຄະນະ​ກຳມະ​ການ​ຮ່ວມ​ມືອາ​ຊຽນ - ອິນ​​ເດຍ (AIJCC) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ກຳມະການ​ບັນດາ​ຜູ້ຕາງໜ້າ​ປະຈຳ​ຢູ່​ອາ​ຊຽນ (CPR) ​ແລະ ​ເອກ​ອັກຄະ​ລັດຖະທູ​ດອິນ​ເດຍປະຈຳ​ອາ​ຊຽນ. ທີ່​ກອງ​ປະຊຸມ, ຝ່າຍ​ອິນ​ເດຍ ​ໄດ້​ຢືນຢັນ​ນະ​ໂຍບາຍ​ຖື​ອາ​ຊຽນ ​ເປັນ​ສຳຄັນ ​ແລະ ຖືອາ​ຊຽນ​ແມ່ນ​ຈຸ​ດສຸ​ມ​ໃນ​ຍຸດ​ທະ​ສາດ “ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ”, ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ​​ທັງ 3 ​ເສົາຄ້ຳ, ​ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ປະຊາຄົນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ພາຍຫຼັງ​ປີ 2015. ກ່ຽວ​ກັບ​ດ້ານ​ເສ​ດຖະກິດ, 2 ຝ່າຍ​ໄດ້​ວາງ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້​າ 2 ສົ້ນ​ຂຶ້ນ​ເຖິງ 100 ຕື້ USD ​ໃນ​ປີ 2015 ​ແລະ ບັນລຸ​ທົບ 2 ​ເທົ່າ​ໃນ​ປີ 2020. ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ໃຫ້​ຄຳໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ. 2 ຝ່າຍ​ກໍ​​ເປັນ​​ເອກະພາບ​ກັນ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ສ້າງ​ຕັ້ງ​ສູນ​ອາ​ຊຽນ - ອິນ​ເດຍ (AIC) ​ໃນ​ໄລຍະ​ຈະ​ມາ​ເຖິງ.

      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເອ​ກອັກຄະ​ລັດຖະທູດ​, ຫົວໜ້າ​ຄະນະ​ເຈລະຈາ​ຫວຽດນາມ ປະຈຳ​ອາ​ຊຽນ ຫງວຽນ​ແຮ່​ວງ​ນັມ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ຈະຮ່ວມ​ມື​ກັບອິນ​ເດຍ ຢ່າງ​ແໜ້ນ​​ແຟ້ນກວ່າ, ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ນຳ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ - ອິນ​ເດຍ ຂຶ້ນ​ສູ່ລະດັບ​ສູງ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ໃນ​​ໄລຍະທີ່ຫວຽດນາມ ​ເປັນ​ປະ​ເທດປະສານ​ງານ​ການ​ພົວພັນ​ອາ​ຊຽນ -​ ອິນ​ເດຍ ​ແຕ່​ເດືອນ 08/2015 – 08/2018.

ຂ່າວ/ບົດ​ອື່ນ