ອາຊຽນແລະອາເມລິກາສຸມໃສ່ຊຸກຍູ້ບັນດາບຸລິມະສິດໃນການຮ່ວມມື

ອາຊຽນແລະອາເມລິກາສຸມໃສ່ຊຸກຍູ້ບັນດາບຸລິມະສິດໃນການຮ່ວມມື - ảnh 1
ອາຊຽນແລະອາເມລິກາສຸມໃສ່ຊຸກຍູ້ບັນດາບຸລິມະສິດໃນການຮ່ວມມື
(ພາບ: TTXVN)

(vovworld) - ​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 7 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ (JCC) ອາ​ຊຽນ - ອາ​ເມ​ລິກ​າ ຖືກ​ດຳ​ເນີນ​ໃນ​ວັນ​ທີ 28/04, ທີ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ​ອາ​ຊຽນ, ​ຢູ່​ນະ​ຄອນ​ຫຼວງ ຈາ​ກາ​ຕ​າ, ປະ​ເທດ​ອິນ​ໂດ​ເນ​ເຊຍ. ກອງ​ປ​ະ​ຊຸມ JCC ອາ​ຊຽນ - ອາ​ເມ​ລິກ​າ ຄັ້ງ​ນີ້ ໄ​ດ້​ຊຸມ​ໃສ່​ປຶກ​ສາ​ຫາ​ລື, ທົບ​ທວນ​ຄືນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ໄລ​ຍະ​ຜ່ານ​ມາ ແລະ ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງກວ່າ​ອີກ, ພິ​ເສດ​ແມ່ນ​ເນັ້ນ​ໜັກ​ເຖິງ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ຖະ​ແຫຼງ​ການ​ຂອງ​ການ​ນຳ​ຂັ້ນ​ສູງ​ໃນ​ໄລ​ຍະ​ຜ່ານ​ມາ. 2 ຝ່າຍ​ກໍ​ໄດ້​ແລກ​ປ່ຽນ​ບາງ​ຂົງ​ເຂດ​ຮ່ວມ​ມື​ໃຫ້​ບຸ​ລິ​ມະ​ສິດ​ລະ​ຫວ່າງ​ອາ​ຊຽນ ແລະ ອາເມລ​ິກາ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ການ​ທູດ, ເສດ​ຖະ​ກິດກວ່າ​ອີກ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ໃນ​ການ​ເດີນ​ທະ​ເລ ແລະ ບັນ​ດາ​ບັນ​ຫາ​ຂ້າມ​ຊາດ… ບົນ​ພື້ນ​ຖານນັ້ນ 2 ຝ່າຍ​ຈະ​ມີ​ບັນ​ດາ​ໂຄງ​ການ​ເຄື່ອນ​ໄຫວ​ລະ​ອຽດ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ເຂົ້າ​ຮ່ວມກອງ​ປະ​ຊຸມ, ທ່ານ ຫງວຽນ​ແຮ່ງ​ນຳ, ເອກ​ອັກ​ຄະ​ລັດ​ຖະ​ທູດ​, ຫົ​ວ​ໜ້າຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຢືນ​ຢັນ​ວ່າ​, ຍາມ​ໃດ​ຫວຽດ​ນາມ ກໍ​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ກ​ໍ​ຄື​ຝ່າຍ​ອາ​ເມ​ລິ​ກາ ຢ່າງ​ແໜ້ນ​ແຟ້ນ ເພື່​ອ​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ນອກນັ້ນ, ຫວຽດ​ນາມ ຈະ​ສົມ​ທົບ​ກັບ​ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ ເພື່ອ​ຜັນ​ຂະ​ຫຍາຍ​ຊຸກ​ຍູ້​ຂໍ້​ລິ​ເລີມ​ເຊິ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ໄດ້​ຍົ​ກ​ອອກ​ມາ​ທີ່ກອງ​ປ​ະ​ຊຸມ​ຂັ້ນ​ສູງ​ອາ​ຊຽນ ຜ່ານ​ມາ.

ຂ່າວ/ບົດ​ອື່ນ