ອາທິດເຮັດວຽກທີ່ 3 ຂອງກອງປະຊຸມສະໄຫມ ສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13

ອາທິດເຮັດວຽກທີ່ 3 ຂອງກອງປະຊຸມສະໄຫມ ສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13 - ảnh 1

(ພາບ:nguyentandung.org)

(vovworld)-​​​​ ​ ​  ​ວັນ​ທີ 4/11, ​ໄດ້​ເລີ່​ມຕົ້ນ​ອາທິດ​ເຮັດ​ວຽກ​ທີ່ 3 ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ​ໃນ​ອາທິດ​ເຮັດ​ວຽກ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ປຶກສາ​ຫາລື ​ແລະ ​ໃຫ້​ຄ​ຳ​ເຫັນ​ໃສ່ບັນດາ​ເນື້ອ​ໃນ​ສຳຄັນ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ​ສະບັບ​ປັບປຸງ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການກໍ່​ສ້າງສະບັບ​ປັບປຸງ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມສະບັບ​ປັບປຸງ. ພິ​ເສດ, ສະພາ​ແຫ່ງ​ຊາດ​ສະຫງວນ​ເວລາມື້​ເຄິ່ງ​ເພື່ອ​ປຶກ​ສາ​ຫາລື​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການທີ່​ດິນສະບັບ​ປັບປຸງ.

  ຕອນ​ເຊົ້າວັນ​ທີ 4/11, ບັນດາ ສສຊ ​ເຮັດ​ວຽກຢູ່​ຫໍ​ປະຊຸມ​ເພື່ອ​ຮັບ​ຟັງ​ບົດ​ລາຍ​ງານຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ການ ອະພິປາຍ​, ຮັບ​ຟັງ, ປັບປຸງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ປະ​ຕິບັດ​ການ​ປະ​ຢັດ, ຕ້ານ​ການ​ຟຸກ​ເຟືອຍສະບັບ​ປັບປຸງ ​ແລະ​ ປຶກສາ​ຫາລືບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນຂອງ​ຮ່າງ​ກົດໝາຍສະບັບ​ນີ້. ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ບັນດາ ສສຊ ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ​ການ​ປັບປຸງ, ​ເພິ່ມ​ເຕີມ​ມະຕິ​ເລກທີ 38 ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 11 ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ໂຮ່ຈິ​ມິນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີສະບັບ​ປັບປຸງ.

ຂ່າວ/ບົດ​ອື່ນ