ອາທິດເຮັດວຽກທີ 4 ຂອງກອງປະຊຸມສະໄໝ ສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13


ອາທິດເຮັດວຽກທີ 4 ຂອງກອງປະຊຸມສະໄໝ ສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 1

ທ່ານ​ຫວູ້ດຶກ​ດາມ ​ແລະ ທ່ານ​ຟ້າ​ມບິງ​ມິ​ງ

​ໄດ້​ຮັບ​ສະ​ເໜີ​ເປັນ​ຮອງ​ນາຍົກລັດຖະມົນຕີ

(ພາບ: tienphong.vn)

   (vovworld)-​​​​  ​ໃນອາ​ທິດ​ເຮັດ​ວຽກ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ສຸມ​ໃສ່​ປະຕິບັດ​ວຽກ​ງານ​ບຸກຄະລາ​ກອນ. ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ບັນດາ​​ໃບ​ຍື່ນ​ສະ​ເໜີ, ບົດ​ລາຍ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປົ​ດຕຳ​ແໜ່​ງ, ​ແຕ່ງຕັ້ງຕຳ​ແໜ່​ງຮອງ​ນາຍົກລັດຖະມົນຕີ, ລັດຖະ ມົນຕີ; ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ; ​ເພີ່ມ​ເຕີມ​ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ຊົນ​ເຜົ່າ, ຮອງ​ຫົວໜ້າ​ກຳມາ​ທິການ​ຈຳນວນ​ໜຶ່ງ​ຂອງ​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດກໍ່​ຈະພິຈາລະນາ, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ​ປັບປຸງ ​ແລະ ​ເພິ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍ​ຄົມມະນາ ຄົມ​ທາງນ້ຳພາຍ​ໃນ, ​ຮ່າງ​ກົດໝາຍ​ປັບປຸງ ​ແລະ ​ເພິ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍການ​ປະກັນ​ສຸຂະພາບ; ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ, ກົດໝາຍ​ວ່າ​ດ້ວຍ​ພາສີ (ສະບັບ​ປັບປຸງ)… ​ແລະ ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ ກົດໝາຍ​ວ່າ​ດ້ວຍວຽກ​ເຮັດ​ງານ​ທຳ, ກົດໝາຍ​ປັບປຸງ ​ແລະ ​ເພິ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງຂັນ​ມອບ​ລາງວັນ.

  ​ເລີ່​ມຕົ້ນອາທິດ​ເຮັດ​ວຽກ​ທີ 4 ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າວັນ​ທີ 11/11,​ສະພາ​ແຫ່ງ​ຊາດ​ໄດ້​ພິຈາລະນາ, ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014. ຕາມ​ຮ່າງ​ມະຕິ, ຄາດວ່າ, ປີ 2014, ຈີ​ດີ​ພີຈະ​ເພີ່ມ​ຂຶ້ນ 5,8%./.

ຂ່າວ/ບົດ​ອື່ນ