ອານເຊຣີ, ອີຍິບ,ອີຕາລີຈັດກອງປະຊຸມກ່ຽວກັບລີບີ

ອານເຊຣີ, ອີຍິບ,ອີຕາລີຈັດກອງປະຊຸມກ່ຽວກັບລີບີ - ảnh 1
(ພາບປະກອບ: AFP)

(vovworld) – ວັນ​ທີ 02/11, ຢູ່​ນະຄອນຫຼວງ ອາ​ນ​ເຊ​ີຣີ, ​ໄດ້​ຈັດ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ລະຫວ່າງ 3 ປະ​ເທດ ​ອາ​ນ​ເຊ​ີຣີ​ - ​ອີ​ຍິບ - ອີ​ຕາ​ລີ, ດ້ວຍ​ເນື້ອ​ໃນ​ຕົ້ນ​ຕໍແມ່ນ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ຂອງ​ລີບ​ີ ​ໃນ​ຂອບ​ເຂດ​ການ​ສົມທົບ​ວຽກ​ງານ​ລະຫວ່າງ 3 ປະ​ເທດ​ດັ່ງກ່າວ, ​ເພື່ອ​ແນ​ໃສ່​ຊອກ​ຫາ​ທາງ​ອອກ​ໃຫ້​ວິ​ກິດ​ການ​ການ​ເມືອງ​ຢູ່​ປະ​ເທດ​ນີ້. ຖະ​​ແຈ້ງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດອາ​ນ​ເຊ​ີຣີ ຊີ້​ແຈ້ງວ່າ, ລັດຖະມົນຕີ​ບັນດາ​ປະ​ເທດ​ໄດ້​ສຸມ​ໃສ່​ພິຈາ​ລະນາສະພາບ​ການ​ຢູ່​ລີບ​ີ ​ແລະ ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ປະຕິບັດ​ວິວັດ​ການ​​ເຈລະຈາ​ລະຫວ່າງຝ່າຍ​ຕ່າງໆ​ຢູ່​ລີ​ບີ​ ​ໃຫ້ບັນລຸ​ຜົນສຳ​ເລັດ ພາຍ​ໃຕ້​ການ​ອຸປະຖຳ​ຂອງ​ສະຫະ​ປະຊາ​ຊາດ ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​​ແຫ່ງຊາດ ດ້ວຍ​ຄວາມ​ຫວັງ​ວ່າ ຈະນຳ​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ນີ້ ຫຼຸດ​ພົ້ນ​ອອກ​ຈາ​ກວິ​ກິດ​ການ​ການ​ເມືອງ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ