ອານເຊຣີຕີລາຄາສູງບັນດາຜົນງານແຫ່ງການພັດທະນາຂອງຫວຽດນາມ

 ອານເຊຣີຕີລາຄາສູງບັນດາຜົນງານແຫ່ງການພັດທະນາຂອງຫວຽດນາມ - ảnh 1
ທ່ານ​ປະ​ທານ​ສະ​ພາ​ສູງ ອານ​ເຊ​ຣີ Abdelkader Bensalah ຕ້ອນ​ຮັບ​ທ່ານ ຫວູ​ເທ​ຫຽບ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ
ພາບ:vietnamnet
(vovworld)- ​​​ວັນ​ທີ 20/7, ທ່ານ​ປະ​ທານ​ສະ​ພາ​ສູງ ອານ​ເຊ​ຣີ Abdelkader Bensalah ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ຫວູ​ເທ​ຫຽບ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ ເຂົ້າ​ຢ້ຽມ​ອຳ​ລາ ເນື່ອງ​ໂອ​ກາດ​ສິ້​ນ​ສຸດ​​ປະ​ຕິ​ບັດ​ຫນ້າ​ທີ່​ການ​ທູດ ​ຢູ່ ອານ​ເຊ​ຣີ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ສະ​ພາ​ສູງ ອານ​ເຊ​ຣີ ໄດ້​ຢືນ​ຢັນ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ເພື່ອ​ໃຫ້ ອານ​ເຊ​ຣີ ສາ​ມາດ​ຮ​່ຳ​ຮຽນ​ເອົາ​ບົດ​ຮຽນ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ເນັ້ນ​​ຫນັກ​ວ່າ ອານ​ເຊ​ຣີ ຍາ​ມ​ໃດ​ກໍ​ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມືຫລາຍ​ດ້ານ​ກັບ​ຫວຽດ​ນາມ. ທ່ານ Abdelkader Bensalah ກ​ໍ​ເຊື່ອ​ໝັ້ນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ ຫວູ​ເທ​ຫຽບ ໄດ້​ຢືນ​ຢັນ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ແລະ ອານ​ເຊ​ຣີ ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະ​ຫວ່າງ​ສອງ​ປະ​ເທດ ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຜ່ານ​ການ​ຮັກ​ສາ ແລະ ຍູ້​ແຮງ​ບັນ​ດາ​ການ​ພົບ​ປະ ແລະ ກາ​ນ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂັ້ນ, ການ​ພົ​ວ​ພັນ​ຂັ້ນ​ລັດ, ສະ​ພາ​ແຫ່ງ​ຊາດ ແລະ ພັກ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ ໄດ້​ມີ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ ດ້ວຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນ​ແຕ່ 132 ລ້ານ USD ໃນ​ປີ 2012 ຂຶ້ນ​ເຖິງ 250 ລ້ານ USD ໃນ​ປີ 2014. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ເທ​ຫຽບ ຖື​ວ່າ ດ້ວຍ​ພື້ນ​ຖານ​ຂອງ​ການ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ໃນ​ອະ​ນາ​ຄົດ, ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະ​ຫວ່າງ ອານ​ເຊ​ຣີ ແລະ ຫວຽດ​ນາມ ຈະ​ພັດ​ທະ​ນາ​ຢ່າງ​ຈົບ​ງາມກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ