ອາບການິດສຖານ ກຳນົດວັນ ເລືອກຕັ້ງປະທານາທິບໍດີ

ອາບການິດສຖານ ກຳນົດວັນ ເລືອກຕັ້ງປະທານາທິບໍດີ - ảnh 1
(ພາບປະກອບ)

(vovworld) -     ຄະນະ​ກຳມະການ​ເລືອກ​ຕັ້ງ​ເອກະລາດ (IEC) ຂ​ອງອາບ​ກາ​ນິດ​ສຖານ ​ໄດ້ປະກາດ​ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍ​ດີ​ຂອງ​ປະ​ເທດ​ນີ້​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 5/4/2014, ກ່ອນທີ່​ທະຫານ​ປະສົມ​​ໂດຍ​ອົງການ NATO ນຳ​ໜ້າຈະຖອນ​ອອກຈາກ​ປະ​ເທດ​ນີ້ 2 – 3 ​ເດືອນ. ນີ້​ຈະ​ແມ່ນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄັ້ງ​ທີ 3 ຢູ່​ອາບ​ກາ​ນິດ​ສຖານ ນັບ​ແຕ່​ເມື່ອ​ລະບອບ ຕາ​ລີ​ບານ ຖືກ​ໂຄ່ນ​ລົ້ມ​​​ເມື່ອ​ປີ 2001. ຕາມ​ລັດຖະທຳ​ມະນູ​ນອາກາ​ນິດ​ສຖານ ​ແລ້ວ, ພາຍຫຼັງ 2 ອາຍຸ​ການ​ນຳພາ​ປະ​ເທດ​ຊາດ ທ່ານ​ປະທານາທິບໍດີ Hamid Karzai ​ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ອອກ​ສະໝັກ​ຮັບເລືອກ​ຕັ້ງ​ອີກ. ​ແຈ້ງ​ການ​ໄດ້​ຍົກ​ອອກ​ມາ​ໃນ​ຂະນະ​ທີ່​ມີຫຼາຍ​ຄົນ​​ວິຕົກ​ກັງວົນ​ວ່າ ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດນີ້​ມີ​ຄວາມ​ສາມາດ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່ການ​ເລືອກ​ຕັ້ງ​ໃນ​ປີ 2014 ​ໄດ້ ​ຫຼື ບໍ່​​ເມື່ອ​ທະຫານ​ອາ​ເມ​ລິ​ກາ ​ແລະ NATO ຖອນ​ອອກ​ຈາກ​ອາບ​ກາ​ນິດ​ສຖານ. ທ່ານ​ປະທານາທິບໍດີ Hamid Karzai  ​ໄດ້​ເວົ້າ​ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີ​ອາບ​ກາ​ນິດ​ສຖານ ຈະ​ດຳ​ເນີນ​ໄປ​ໃນ​ປີ 2014, ກ່ອນ​ທີ່​ໝົດອາຍຸ​ການ​ປະທານາທິບໍດີ​ຂອງ​ທ່ານ​ ​ແລະ ທ່ານ​ເຊື່ອ​ໝັ້ນ​ວ່າ ກຳລັງ​ອາບ​ກາ​ນິດ​ສຖານ ນີ້ຈະ​ມີ​ຄວາມສາມາດພຽງພໍ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​​ໃຫ້​​ແກ່ເຫດການ​ນີ້​.

ຂ່າວ/ບົດ​ອື່ນ