ອາບການີສະຖານ, ປາກີສະຖານ ແລະ ຕວກກີ ສ້າງສາຍໂທລະສັບດ່ວນ

ອາບການີສະຖານ, ປາກີສະຖານ ແລະ ຕວກກີ ສ້າງສາຍໂທລະສັບດ່ວນ - ảnh 1

(ພາບປະກອບ)

(VOV)-ວັນ​ທີ 10/12,​ ​ໂທລະສັບສາຍ​​ດ່ວນ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ທ່ານ​ປະທານາທິບໍດີອາບ​ກາ​ນີສະຖານ, ປາ​ກີ​ສະຖານ ​ແລະ ຕວກກີ ​ໃນ​ຈຸດ​ເວລາ​ເກີດ​ວິ​ກິດ​ການ. ​ໂທລະສັບ ສາຍ​​ດ່ວນດັ່ງກ່າວ​ເລີ່​ມທຳ​ການເຄື່​ອນ​ໄຫວນັບ​ແຕ່​ວັນ​ທີ 9/12 ​ແຕ່​ປະທານາທິບໍດີ​ສາມ​ປະ​ເທດຍັງ​ບໍ່​ທັນຈຳ​ເປັນ​ຕ້ອງ​ນຳ​ໃຊ້​ເທື່ອ. ຕາມ​ແຜນການ​ແລ້ວ, ການ​ພົບ​ປະ​ຂັ້ນສຸດ​ຍອດສາມ​ຝ່າຍ​ລະຫວ່າງປະທານາທິບໍດີອາບ​ກາ​ນີສະຖານ, ປາ​ກີ​ສະຖານ ​ແລະ ຕວກກີ ຈະ​ຖືກ​ດຳ​ເນີນ​ຢູ່​ນະຄອນຫຼວງ​ອານ​ກາຣາ ປະ​ເທດ​ຕວກກີ ​ໃນ​ວັນ​ທີ 11-12/12 ​ເພື່ອ​ສ້າງ​ພື້ນຖານ​ຮອບດ້ານ​ເພື່ອຊຸກຍູ້​ການ​ເຈລະຈາການ​ເມືອງ​ຂັ້ນສູງ, ການ​ຮ່ວມ​ມືດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື. ການ​ເຈລະຈາ​ຈະ​ສຸມ​ໃສ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​ໂດຍ​ຜ່ານ​ການ​ປັບປຸງ​ສາຍ​ພົວພັນ​ທີ່​ມີ​ຢູ່​ແລ້ວ ​ແລະ ພັດທະນາ​ການ​ພົວພັນ​ດ້ານ​ການ​ຂົນ​ສົ່ງ​ໃໝ່​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ