ອາຟຣິກາໃຕ້ປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ

ອາຟຣິກາໃຕ້ປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ - ảnh 1
ການເຈລະຈາລະຫວ່າງ ຫວຽດນາມ ແລະ ອາ​ຟຣິກາ​ໃຕ້
(ພາບ: TTXVN)

(vovworld) - ​ ວັນ​ທີ 03/10 ຫ້ອງ​ວ່າການ​ສຳນັກ​ງານ​ປະທານາທິບໍດີ ອາ​ຟຣິກາ​ໃຕ້ ​ແຈ້ງ​ໃຫ້​ຮູ້​ວ່າ: ທ່ານຮອງ​ປະທານາທິບໍດີ Cyril Ramaphosa ຈະ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽ​ດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 03 – 04/10 ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ການ​ຄ້າ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ. ​ເນື່ອງ​ໃນ​ໂອກາດ​ມາຢ້ຽມຢາມ​ ຫວຽດນາມ ຂອງ​ທ່ານຮອງ​ປະທານາທິບໍດີ Cyril Ramaphosa, ອາ​ຟຣິກາ​ໃຕ້ ປາດ​ຖະໜາ​ຢາກ ຫັນ​ບັນດາປະ​ເພດ​ສິນຄ້າ​ສົ່ງ​ອອກ​ຂອງ​ປະ​ເທດ​ນີ້ ​ໄປ​ຍັງ ຫວຽດ​ນາມ ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ໂດຍ​ຜ່ານ​ການ​ສ້າງ​ຕັ້ງບັນດາທິດທາງສຳ​ພັດ​ກັບ​ຕະຫລາດ​ໃໝ່ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ຄື ຫວຽດນາມ. ທ່ານ Ramaphosa ກໍ່​ຈະ​ແລກປ່ຽນ​ກັບ​ການ​ນຳ​ຂອງ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້ການ​ເພີ່ມ​ຈຳນວນ​ນັກ​ສຶກສາ ອາ​ຟຣິກາ​ໃຕ້ ທີ່​ພວມ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ໃນ​ຂົງ​ເຂດ​ເສດຖະກິດ​ທະ​ເລ​ຢູ່ ຫວຽດນາມ ຕື່ມ​ອີກ, ລວມທັງ​ຂົງ​ເຂດ​ຕໍ່​ກຳ່​ປັ່ນ.

        ລັດຖະບານ ອາ​ຟຣິກາ​ໃຕ້ ​ເນັ້ນ​ໜັກ​ວ່າ: ການມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງການຂອງ​ທ່ານ​ຮອງ​ປະທານາທິບໍດີ Ramaphosa ​ໃນຄັ້ງ​ນີ້ ຈະ​ສ້າງ​ບາດ​ກ້າວ​ພັດທະນາ​ໃໝ່ ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ເສດຖະກິດ ​ເຊິ່ງ 2 ປະ​ເທດ​ມີ​ທ່າ​ແຮງ ຄື​ຂົງ​ເຂດ​ເສດຖະກິດ​ທະ​ເລ. ອາ​ຟຣິກາ​ໃຕ້ ຕີ​ລາຄາ​ສູງ​ຂະ​ແໜງ​ການຫາ​ປາ ​ແລະ ລ້ຽງ​ປູດ​ສິນ​ໃນ​ນ້ຳຂອງ ຫວຽດນາມ ​ແລະ ຖື​ວ່າ ນີ້​ແມ່ນ​ 1 ​ໃນບັນດາ​ຂົງ​ເຂດ, ​ໂຄງການ​ພັດທະນາ​ສຳຄັນ ​ເພື່ອ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ ​ແລະ ​ແກ້​ໄຂ​ສະພາບ​ການຫ່ວາງງານ​ຢູ່ ອາ​ຟຣິກາ​ໃຕ້ ຄື​ປະຈຸ​ບັນ.

 

 

ຂ່າວ/ບົດ​ອື່ນ