ອາຟະລິກາໃຕ້ ແລະ ເຢຍລະມັນເພີ່ມທະວີການພົວພັນຮ່ວມມື

ອາຟະລິກາໃຕ້ ແລະ ເຢຍລະມັນເພີ່ມທະວີການພົວພັນຮ່ວມມື - ảnh 1
ທ່ານ​ລັດ​ຖະ​ມົນ​ຕີິ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ Frank – Walter Steinmeier ແລະ ທ່ານ​ນາງລັດ​ຖະ​ມົນ​ຕີ​ການ​ພົວ​ພັນ​ສາ​ກົນ ແລະ ຮ່ວມ​ມື​ອາ​ຟະ​ລິ​ກາ​ໃຕ້ Maite Nkoana-Mashabane. (ພາບ: getty)

(vovworld)- ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ  8 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ອາ​ຟະ​ລິ​ກາ​ໃຕ້ - ເຢຍ​ລະ​ມັນ​ ທີ່​ນະ​ຄອນຫຼວງ Pretoria ເມື​ອ່​ວັນ​ທີ 21/11, 2 ຝ່າຍ​ຢືນ​ຢັນ​ຄວາມ​ຫວັງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແ​ມ່ນ​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ​ເຊື້ອ HIV/ໂລກ​ເອດ, ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຄຸ້ມ​ຄອງ ແລະ ການ​ບໍ​ລິ​ຫານ​ລັດ, ພະ​ລັງ​ງານ ແລະ ດິນ​ຟ້າ​ອາ​ກາດ… ລັດ​ຖະ​ບານ​ເຢຍ​ລະ​ມ​ັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜອງ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ພັດ​ທະ​ນາ​ລວມ​ມຸນ​ຄ່າ 72,5 ລ້ານ​ເອີ​ໂຣ, 38,5 ລ້ານ​ເອີ​ໂຣໃຫ້​ແກ່​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ດ້ານ​ການ​ເງິນ ແລະ 34  ລ້ານ​ເອີ​ໂຣ ໃຫ້​ແກ່​ໂຄງ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ. ທ່ານ​ລັດ​ຖະ​ມົນ​ຕີິ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ Frank – Walter Steinmeier ຫວັງ​ວ່າ ອາ​ຟະ​ລິ​ກາ​ໃຕ້​ສ້າງ​ສະ​ພາບ​ແວ​ດ​ລ້ອມ​ທີ່​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ເຢຍ​ລະ​ມັນ​ພາຍຫຼັງ​ທີ່​ອາ​ຟະ​ລິ​ກາ​ໃຕ້​ລົບ​ລ້າງສັນ​ຍາ 2 ຝ່າຍ​ກ່ອນນີ້, ໃນ​ນັ້ນ​ໄດ້​ກຳ​ນົດ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ພາ​ສີ​ອາ​ກອນ ແລະ ກຳ​ມະ​ສິດ.

ຂ່າວ/ບົດ​ອື່ນ