ອາຣັບບີຊາອຸດິຈະຕັດການພົວພັນທາງການທູດກັບອີຣານ

ອາຣັບບີຊາອຸດິຈະຕັດການພົວພັນທາງການທູດກັບອີຣານ - ảnh 1
ສະ​ຖານ​ທູດຂອງ ອາ​ຣັບ​ບ​ີ ຊາ​ອຸ​ດິ ​ປະ​ຈ​ຳ ເຕ​ເຮ​ຣານ ຖືກບ​ຸກ​ໂຈມ​ຕີ
(ພາບ: Reuters)

(vovworld) –  ​​ວັນ​ທີ 3/1, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຣັບ​ບ​ີ ຊາ​ອຸ​ດິ Adel Al Jubeir ປະ​ກາດ​ໂດຍ​ບັງ​ເອີນ​ວ່າ: ລາ​ຊະ​ອາ​ນາ​ຈັກ​ນີ້​ຈະ​ຕັດ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ອີ​ຣານ ພາຍຫຼັງ​ເຫດ​ການ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ໄດ້​ບຸກ​ເຂົ້າ​ສະ​ຖານ​ທູດ ອາ​ຣັບ​ບ​ີ ຊາ​ອຸ​ດິ ຢູ່​ເຕ​ເຮ​ຣານ ເພື່ອ​ຄັດ​ຄ້ານ Riyadh ປະ​ຫານ​ຊີ​ວິດ​ທ່ານ Nimr Al Nimr, ເຊິ່ງ​ແມ່ນ​ບາດຫຼວງ​ສາ​ສະ​ໜາອິດ​ສະ​ລາ​ມ​ນິ​ກາຍ ຊີ​ອະ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Adel Al Jubeir ໃຫ້​ຮູ້​ວ່າ: ​ພາ​ລະ​ກອນ​ການ​ທູດ​​ທັງ​ໝົດຂອງ ອີ​ຣານ​ ຕ້ອງ​ອອກ​ຈາກ ອາ​ຣັບ​ບ​ີ ຊາ​ອຸ​ດິ ໃນ​ຮອບ​ເວ​ລາ 48 ຊົ່ວ​ໂມງ. ໃນ​ຂະ​ນະ​ນັ້ນ, ຊ່ອງ​ໂທ​ລະ​ພາບ Al Jazeera ກໍ​ໃຫ້​ຂ່າວ​ວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຣັບ​ບີ ຊາ​ອຸ​ດິ ປະ​ກາດ​ວ່າ: ພະ​ນັກ​ງານ​ການ​ທູດ​ທັງ​ໝົດ​ຂອງ​ປະ​ເທດນີ້​ຈະ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ ອີ​ຣານ.

        ປະ​ຕິ​ກິ​ລິ​ຍາ​ຕໍ່​ຄຳ​ຕັດ​ສິນ​​ຕັດ​ສາຍ​ພົວ​ພັນ​ກັບ ອີ​ຣານ ຂອງ ອາ​ຣັບ​ບ​ີ ຊາ​ອຸ​ດີ, ວັນ​ທີ 3/1, ອາ​ເມ​ລິ​ກາ ປະ​ກາດ​ສົ່ງ​ເສີມ​ການ​​ເຂົ້າ​ຮ່ວມ​ທາງ​ການ​ທູດ. ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kirby ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ເຊື່ອ​ໝັ້ນ​ວ່າ​ການ​ແຊກ​ຊຶມ​ທາງ​ການ​ທູດ ແລະ ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ຍັງ​ແມ່ນ​ວຽກ​ງານ​ຈຳ​ເປັນ​ເພື່ອ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ. ອາ​ເມ​ລິ​ກາ ຈະ​ຊຸກ​ຍູ້​ບັນ​ດາ​ການ​ນຳ​ຂອງ​ເຂດນີ້​ມີ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ.

ຂ່າວ/ບົດ​ອື່ນ