ອາວຸດເຄມີຊີຣີອາດຈະໄດ້ຮັບການທຳລາຍຢູ່ຕ່າງປະເທດ

ອາວຸດເຄມີຊີຣີອາດຈະໄດ້ຮັບການທຳລາຍຢູ່ຕ່າງປະເທດ - ảnh 1
(ພາບປະກອບຈາກ REUTERS)

(vovworld) – ອາວຸດ​ເຄມີ​ຊີຣີອາດ​ຈະ​ໄດ້​ຮັບ​ການ​ທຳລາຍ​ຢູ່​ຕ່າງປະ​ເທດ, ​ນີ້ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ຮອງ​ລັດຖະມົນ​ຕີການ​ຕ່າງປະ​ເທດ ລັດ​ເຊຍ Sergei Riabkov ພາຍຫຼັງ​ການ​ປະຊຸມ​ຂ່າວ​ຫວ່າງ​ແລ້ວນີ້​ຢູ່​ນະຄອນຫຼວງ ມົດ​ສະ​ກູ, ສະຫະພັນ ລ​ັດ​ເຊຍ ກັບ​ທ່ານ​ນາງ Sigrid Kaag, ຫົວໜ້າ​ຄະນະ​ປະຕິບັດ​ງານ​ລວມຂອງ​ອົງການ​ເກືອດ​ຫ້າມ ອາວຸດ​ເຄມີ (OPCW) ​ແລະ ສະຫະ​ປະຊາ​ຊາດ. ສ່ວນ​ທ່ານ​ນາງ Sigrid Kaag ຖື​ວ່າ, ປະຈຸ​ບັນ​ບັນດາ​ການ​​ເຈລະຈາ​ພວມ​ໄດ້​ຮັບ​ການ​ດຳ​ເນີນ​ລະຫວ່າງ​ບັນ​ດາ​ຜູ້ຕາງໜ້າ​ຂອງ ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ອຳນາດ​ການ​ປົກຄອງ ຊີຣີ, ​ເພື່ອ​ແນ​ໃສ່​ສ້າງ​ແຜນການ​ລະອຽດ​​ໃຫ້​ແກ່​ການ​ທຳລາຍ​ອາວຸດ​ເຄມີ​ໃຫ້​ສຳ​ເລັດ. ທ່ານ​ນາງ​ປະຕິ​ເສດ​ວິຈານ​ບັນດາ​ແຫຼ່ງຂ່າວ​ດັ່ງກ່າວ​ຜ່ານ​ສື່​ມວນ​ຊົນ​ກ່ຽວ​ກັບ​ຄວາມ​ສາມາດ​ຂົນ​ສົ່ງ​ອາວຸດ​ເຄມີ ຊີຣີ ​ໄປ​ຍັງ Albani ​ເພື່ອ​ທຳລາຍ. ຕາມ​ໜັງສືພິມ​ລາຍ​ວັນ Kommersant ຂ​ອງລັດ​ເຊຍ ​ແລ້ວ, ອາວຸດ​ເຄມີ​ຂອງ ຊີຣີ ອາດ​ຈະ​ຖືກ​ຂົນ​ສົ່ງ​ໄປ​ຍັງ Albani. ລັດ​ເຊຍ ຈະ​ສະໜອງ​ຍານພາຫະນະ​ຂົນ​ສົ່ງ​ຈາກ ຊີຣີ ​ໄປ​ຕ່າງປະ​ເທດ ​ແລະ ​ຈະ​ສະໜອງ​ປະມານ 2 ລ້ານ USD ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນີ້.

ຂ່າວ/ບົດ​ອື່ນ