ອ່າວຮ້າລອງຂອງ ຫວຽດນາມ ແມ່ນ 1 ໃນ 5 ແດນສະຫວັນເຂດຮ້ອນ ຢູ່ອາຊີ

ອ່າວຮ້າລອງຂອງ ຫວຽດນາມ ແມ່ນ 1 ໃນ 5 ແດນສະຫວັນເຂດຮ້ອນ ຢູ່ອາຊີ - ảnh 1
ອ່າວຮ້າລອງຍາມສາຍັນ
(ພາບ: ອີນເຕີເນັດ)

(vovworld) – ສຳນັກ​ຂ່າວສານ CNN (ອາ​ເມ​ລິ​ກາ) ຫາ​ກໍ​ເລືອກ​ເຟັ້ນອ່າວ​ຮ້າ​ລອງ​ຂອງ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ ​ແດນສະຫວັນ​ເຂດ​ຮ້ອນ 5 ​ແຫ່ງ​ຂອງ​ອາຊີ. ສຳນັກ​ຂ່າວສານ​ນີ້​ ຕີ​ລາຄາ​ຄວາມ​ງາມ​​ປະ​ທັບ​ໃຈ​ທີ່​ສຸດ​ເຊິ່ງ​ແຂກ​ທ່ອງ​ທ່ຽວ​ບໍ​່ຄວນພາດ​ເມື່ອ​ມາ​​ແຫ່ງ​ນີ້​, ນັ້ນແມ່ນທັດສະນີ​ຍະ​ພາບ​ຍາມ​ສາ​ຍັນໃນ​ອ່າວ​ຮ້າ​ລອງ. ຕາມ​ນັ້ນ​ແລ້ວ, ສະຖານ​ທີ່ 5 ​ແຫ່ງ​ທີ່ໄດ້​ຮັບ​ການເລືອກ​ເຟັ້ນລວມມີ: ໝູ່​ເກາະ Anambas (ອິນ​​ໂດ​ເນ​ເຊຍ), Langwaki (ມາ​​ເລ​ເຊຍ), ໝູ່​ເກາະ 2 ​ແຫ່ງ​ ​ເກາະຊ້າງ, ​ເກາະ Similan (​ໄທ) ​ແລະ ອ່າວ​ຮ້າ​ລອງ (ຫວຽດນາມ). ໝາກຜົນ​ນີ້ໄດ້​ອີງ​​ບົນ​ພື້ນຖານ​ການ​ສຳ​ຫຼວດ, ຕີ​ລາຄາ​ຂອງ​ບັນດາ​ນັກ​ຊ່ຽວ​ຊານ​ການທ່ອງທ່ຽວ, ນັກຮຽນ​ຮູ້, ນັກ​ຂ່າວ​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບ​ການທ່ອງທ່ຽວ​ຢູ່​ອາຊີ. ສຳນັກ​ຂ່າວສານ CNN ຍັງ​ຕີ​ລາຄາ​ວ່າ: ອ່າວ​ຮ້າລອງ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ລ່ອງ​ເຮືອ​ທີ່​ຍອດ​ຢຽມ ດ້ວຍ​ເກາະ​ຫີນຫຼາຍ​ແຫ່ງ​, ບັນຍາກາດ​ສະຫງົບ​ງຽບ ​ແລະ ​ມະຫັດສະຈັນ.

ຂ່າວ/ບົດ​ອື່ນ