ອາວະກາດຂົນສົ່ງ“ກ້າວໜ້າ M-28M“​ຕໍ່​ເຂົ້າກັບISSສຳເລັດຜົນ

ອາວະກາດຂົນສົ່ງ“ກ້າວໜ້າ M-28M“​ຕໍ່​ເຂົ້າກັບISSສຳເລັດຜົນ - ảnh 1
ອາ​ວະ​ກາດ​“ກ້າວໜ້າM-28M“ ຖືກ​ຍິງ​ຂຶ້ນ​ໂລກ​ຈັກກະວານ​
(ພາບ: nasaspaceflight)

(vovworld) – ພາຍຫຼັງ 2 ມື້​ທີ່ຖືກ​ຍິງ​ຂຶ້ນ​ວົງ​ໂຄຈອນ, ວັນ​ທີ 5/7, ອາ​ວະ​ກາດ​“ກ້າວໜ້າM-28M“ ທີ່​ຂົນ​ສົ່ງ​ສິນຄ້າ 2,4 ​ໂຕນ​ໄດ້ຕໍ່ຂົ້າ​ກັບສະຖານີ​ອາ​ວະ​ກາດ​ສາກົນ ISS ດ້ວຍ​ລະບ​ົບ​ອັດຕະ​ໂນ​ມັດສຳ​ເລັດ​ຜົນ ​ຕາມ​ແຜນການ​ທີ່​ໄດ້​ວ່າງ​ອອກ. ສູນ​ບັນຊາ​ການ​ບີນຂອງ​ລັດ​ເຊຍ​ ໃຫ້​ຮູ້​ວ່າ ອາ​ວະ​ກາດ​“ກ້າວໜ້າM-28M“ ຖືກ​ຍິງ​ຂຶ້ນ​ໂລກ​ຈັກກະວານ​ຍ້ອນ​ລູກ​ສອນ​​ໄຟ “Soyuz - U“ ​ໃນ​ວັນ​ທີ 3/7ຈາກ​ສະໜາມ​ບິນ​ອາ​ວະ​ກາດ Baikonur, ກາ​ຢັກ​ສະຖານ. ສິນຄ້າ​ທີ່​ຂົນ​ສົ່ງ​ເຖິງ ISS ຕົ້ນຕໍ​ແມ່ນ​ເຊື້ອ​ເພີງ, ອົກ​ຊີ, ອຸປະກອນ​ຮັບ​ໃຊ້​ການ​ທົດ​ລອງ​ວິທະຍາສາດ, ນ້ຳ ​ແລະ ອາຫານ.

 



ຂ່າວ/ບົດ​ອື່ນ