ອາເມລິກາ: ກົດໝາຍວ່າດ້ວຍການຊ່ວຍເຫລືອໃຫ້ຢູແກຼນຈຳນວນເງິນ 40 ຕື້ USD ມີຜົນສັກສິດ

(VOVWORLD) -ບ້ວງເງິນຫນູນຊ່ວຍໂດຍດ່ວນກ່ຽວກັບການທະຫານ, ເສດຖະກິດ ແລະ ມະນຸດສະທຳຫລາຍສຸດນັບແຕ່ກອ່ນມາຮອດປະຈຸບັນ ຂອງ ອາເມລິກາ ທີ່ສະຫງວນໃຫ້ແກ່ ຢູແກຼນ 
ອາເມລິກາ: ກົດໝາຍວ່າດ້ວຍການຊ່ວຍເຫລືອໃຫ້ຢູແກຼນຈຳນວນເງິນ 40 ຕື້ USD ມີຜົນສັກສິດ - ảnh 1ຊາວ ຢູແກຼນ ອອກຈາກ ອາຄານຖືກເພພັງ ພາຍຫລັງການບຸກໂຈມຕີດ້ວຍປືນໃຫຍ່ ຢູ່ ນະຄອນ Kharkiv ເມື່ອວັນທີ  8/3/2022. ພາບປະກອບ:AFP/TTXVN

ວັນທີ 21 ພຶດສະພາ, ທຳນຽບຂາວ ຖະແຫລງວ່າ ປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊັນອະນຸມັດຮ່າງກົດໝາຍວ່າດ້ວຍການຊ່ວຍເຫລືອ ຢູແກຼນ ດ້ວຍຈຳນວນເງິນເກືອບ 40 ຕື້ USD. ນີ້ແມ່ນບ້ວງເງິນຫນູນຊ່ວຍໂດຍດ່ວນກ່ຽວກັບການທະຫານ, ເສດຖະກິດ ແລະ ມະນຸດສະທຳຫລາຍສຸດນັບແຕ່ກອ່ນມາຮອດປະຈຸບັນ ຂອງ ອາເມລິກາ ທີ່ສະຫງວນໃຫ້ແກ່ ຢູແກຼນ ນັບແຕ່ເມື່ອລັດເຊຍ ດຳເນີນບັ້ນຮົບການທະຫານພິເສດ ຢູ່ ຢູແກຼນ ໃນທ້າຍເດືອນ ກຸມພາຜ່ານມາ.

          ກ່ອນຫນ້ານັ້ນ ວັນທີ 19 ພຶດສະພາ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ພາຍຫລັງ ສະພາຕ່ຳ ຕົກລົງເຫັນດີບ້ວງເງິນຊ່ວຍເຫລືອໃຫ້ ຢູແກຼນ ໃນອາທິດກ່ອນ. ບ້ວງເງິນຊ່ວຍເຫລືອນີ້ຂອງ ອາເມລິກາ ແມ່ນເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດປ້ອງກັນຂອງ ຢູແກຼນ ແລະ ແກ້ໄຂວິກິດການມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ