ອາເມລິກາ ກະກຽມໃຫ້ແກ່ຄວາມອາດສາມາດປິດປະຕູລັດຖະບານຍ້ອນໝົດງົບປະມານ

(VOVWORLD) -ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ພວມກະກຽມໃຫ້ແກ່ຄວາມອາດສາມາດປິດປະຕູລັດຖະບານໃນສະພາບການໝົດງົບປະມານໃນປະຈຸບັນ ໃນວັນທີ 30 ກັນຍາ.
ອາເມລິກາ ກະກຽມໃຫ້ແກ່ຄວາມອາດສາມາດປິດປະຕູລັດຖະບານຍ້ອນໝົດງົບປະມານ - ảnh 1ທ່ານນາງເລຂາສື່ມວນຊົນທຳນຽບຂາວ Jen Psaki
(ພາບ: AFP/TTXVN)

ວັນທີ 23 ກັນຍາ, ທ່ານນາງເລຂາສື່ມວນຊົນທຳນຽບຂາວ Jen Psaki ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ພວມກະກຽມໃຫ້ແກ່ຄວາມອາດສາມາດປິດປະຕູລັດຖະບານໃນສະພາບການໝົດງົບປະມານໃນປະຈຸບັນ ໃນວັນທີ 30 ກັນຍາ.

ທ່ານນາງ Jen Psaki ໃຫ້ຮູ້ວ່າ, ສິ່ງດັ່ງກ່າວແມ່ນເໝາະສົມກັບທຳນຽມມາແຕ່ດົນນານ ຂອງບັນດາອົງການບໍລິຫານ ເພື່ອບອກເຕື່ອນພາລະກອນຂັ້ນສູງ ກ່ຽວກັບຄວາມຕ້ອງການພິຈາລະນາ ແລະ ອັບເດດບັນດາແຜນການປິດປະຕູລັດຖະບານ. ນອກນັ້ນ, ທ່ານນາງ Jen Psaki ກໍ່ໃສ່ໃຈວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ພວມປະຕິບັດບັນດາບາດກ້າວ ແນໃສ່ຫຼຸດຜ່ອນຜົນກະທົບຂອງຄວາມອາດສາມາດທີ່ວ່າ ລັດຖະບານຈະປິດປະຕູ ກັບເລື່ອງຮັບມືກັບໂລກລະບາດ, ຟື້ນຟູເສດຖະກິດ ຫຼື ບັນດາບຸລິມະສິດອືນຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ