ອາເມລິກາ: ການບຸກໂຈມຕີກໍ່ການຮ້າຍຢູ່ໃຈກາງນິວຢອກ

(VOVWORLD) -ຕອນບ່າຍວັນທີ 31 ຕຸລາ (ຕາມເວລາທ້ອງຖິ່ນ), ໄດ້ມີ 8 ຄົນເສຍຊີວິດ ແລະ ກວ່າ 10 ຄົນໄດ້ຮັບບາດເຈັບໃນເຫດການ 1 ເຊິ່ງຕາມທ່ານເຈົ້າຄອງນະຄອນນິວຢອກ, ປະເທດອາເມລິກາ Bull de Blasio ໃຫ້ຂໍ້ມູນວ່າ

ອາເມລິກາ: ການບຸກໂຈມຕີກໍ່ການຮ້າຍຢູ່ໃຈກາງນິວຢອກ - ảnh 1 ການບຸກໂຈມຕີກໍ່ການຮ້າຍຢູ່ໃຈກາງນິວຢອກ

(ພາບ: AFP/TTXVN)

ບັນດາສັນຍານໃນເບື້ອງຕົ້ນໄດ້ຊີ້ໃຫ້ເຫັນວ່າ ນີ້ເບິ່ງຄືວ່າ ແມ່ນການບຸກໂຈມຕີກໍ່ການຮ້າຍ. ຕາມແຈ້ງການຂອງພະແນກຕຳຫຼວດນິວຢອກ ໃຫ້ຮູ້ວ່າ, ເຫດຍິງປືນໄດ້ເກີດຂຶ້ນເມື່ອມີລົດກະບະຄັນໜຶ່ງແລ່ນເຂົ້າເສັ້ນທາງສະຫງວນໃຫ້ລົດຖີບ ຢູ່ເຂດລຸ່ມ Manhattan. ບັນດາຜູ້ເຫັນເຫດໃຫ້ຮູ້ວ່າ, ລົດກະບະຄັນນີ້ໄດ້ແລ່ນດ້ວຍຄວາມໄວສູງ, ຕຳໃສ່ຄົນຍ່າງຫຼາຍຄົນ ແລະ ລົດເມ ຂົນສົ່ງນັກຮຽນ. ນອກນັ້ນ, ຍັງມີສຽງປືນ 9 ຫາ 10 ບາດ ຢູ່ສະຖານທີ່ເກີດເຫດ. ຜູ້ຂັບລົດຄັນດັ່ງກ່າວແມ່ນຊາວໜຸ່ມຊາຍອາຍຸ 29 ປີໄດ້ຖືກຈັບຕົວ. ປະຈຸບັນ, ເຈົ້າໜ້າທີ່ພວມດຳເນີນການສືບສວນຕາມທິດນີ້ແມ່ນການບຸກໂຈມຕີກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ