ອາເມລິກາ ກຽມພ້ອມເຈລະຈາກັບ ລັດເຊຍ ກ່ຽວກັບສົນທິສັນຍາ New Start

(VOVWORLD) - ອາເມລິກາ ຖືເລື່ອງຢຸດເຂົ້າຮ່ວມສົນທິສັນຍາສະບັບນີ້ແມ່ນການກະທຳບໍ່ມີຄວາມຮັບຜິດຊອບໃນການຫລຸດຜ່ອນອາວຸດນິວເຄຼຍ ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະຊາຄົມສາກົນ.
 

ວັນທີ 24 ກຸມພາ, ທ່ານນາງ Victoria Nuland, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນດາບັນຫາການເມືອງ ໃຫ້ຮູ້ວ່າ: ອາເມລິກາ ກຽມພ້ອມເລີ່ມເຈລະຈາກັບ ລັດເຊຍ ກ່ຽວກັບສົນທິສັນຍາວ່າດ້ວຍການຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ ໃຫມ່ (New START) ນັບແຕ່ມື້ນີ້ເປັນຕົ້ນໄປ, ຖ້າຫາກ ລັດເຊຍ ສະແດງໃຫ້ເຫັນເຈດຕະນາດີກ່ຽວກັບບັນຫານີ້ຢ່າງຈະແຈ້ງ. ອາເມລິກາ ຖືເລື່ອງຢຸດເຂົ້າຮ່ວມສົນທິສັນຍາສະບັບນີ້ແມ່ນການກະທຳບໍ່ມີຄວາມຮັບຜິດຊອບໃນການຫລຸດຜ່ອນອາວຸດນິວເຄຼຍ ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະຊາຄົມສາກົນ.

        ກ່ອນໜ້ານັ້ນ, ໃນບົດປາໄສກ່າວເມື່ອວັນທີ 21 ກຸມພາ ຕໍ່ໜ້າສະພາແຫ່ງຊາດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດການຢຸດເຂົ້າຮ່ວມສົນທິສັນຍາ New START, ແຕ່ບໍ່ຖອນຕົວອອກຈາກສົນທິສັນຍາສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ