ອາ­ເມ­ລິ­ກາ ຄັດ­ຄ້ານ​ເຈດ​ຈຳ­ນົງ​ຂອງ ຈີນ ​​ໃນ​ການລົງ­ໂທດ​ໂຕ້​ຕອບຄືນ​ດ້ວຍ​ພາ­ສີ​ອາ­ກອນ ທີ່​ມີ​ມູນ​ຄ່າ 2, 4 ຕື້ USD

(VOVWORLD) - ກ່ຽວ­ຂ້ອງເຖິງການພົວ­ພັນດ້ານການຄ້າລະ­ຫວ່າງ ອາ­ເມ­ລິ­ກາ - ຈີນ, ວັນທີ 28 ຕຸ­ລາ ທ່ານປະ­ທາ­ນາ­ທິ­ບໍ­ດີ ອາ­ເມ­ລິ­ກາ Donald Trump ໄດ້ສະ­ແດງຄວາມຫວັງວ່າ ຈະລົງນາມສ່ວນໜຶ່ງໃນຂໍ້ຕົກ­ລົງດ້ານການຄ້າກັບ ຈີນ ກ່ອນເວ­ລາຄາດຄະ­ເນ, ແຕ່ບໍ່ສະ­ໜອງ ຂໍ້ມູນ ລະ­ອຽດໃດໆກ່ຽວກັບວັນເວ­ລາລົງນາມ.
ອາ­ເມ­ລິ­ກາ ຄັດ­ຄ້ານ​ເຈດ​ຈຳ­ນົງ​ຂອງ ຈີນ ​​ໃນ​ການລົງ­ໂທດ​ໂຕ້​ຕອບຄືນ​ດ້ວຍ​ພາ­ສີ​ອາ­ກອນ ທີ່​ມີ​ມູນ​ຄ່າ 2, 4 ຕື້ USD - ảnh 1ທຸງຊາດ ອາເມລິກາ, ທຸງຊາດຈີນຢູ່ເຫດການທີ່ ປະເທດຈີນ (ພາບ: TTXVN) 

ວັນທີ 28 ຕຸ­ລາ, ອາ­ເມ­ລິ­ກາ ປະ­ຕິ­ເສດຄວາມຮຽກ­ຮ້ອງຂອງ ຈີນທີ່ສະ­ເໜີ ອົງ­ການການຄ້າໂລກ (WTO) ອະ­ນຸ­ຍາດໃຫ້ລົງ­ໂທດ ໂຕ້ຕອບຄືນ ອາ­ເມ­ລິ­ກາດ້ວຍພາ­ສີອາ­ກອນທີ່ມີມູນຄ່າ 2,4 ຕື້ USD ຍ້ອນ ວໍຊິງຕັນ ບໍ່ປະບັດຕາມຄຳຕັດ­ສິນຂອງ WTO ທີ່ກ່ຽວ­ຂ້ອງເຖິງ­ການຮ້ອງຟ້ອງກ່ຽວກັບພາ­ສີຕ້ານການຂາຍບຸບລາ­ຄາໃນສະ­ໄໝທ່ານ Barack Obama ດຳ­ລົງຕຳ­ແໜ່ງເປັນປະທານາທິບໍ­ດີ. ເຈົ້າໜ້າ­ທີ່ດ້ານການຄ້າ ໃຫ້ຮູ້ວ່າ ອາ­ເມ­ລິ­ກາ ໄດ້ຄັດຄ້ານຄຳຕັດ­ສິນຂອງອົງ­ການແກ້ໄຂການຂັດແຍ່ງ (DSB) ຂຶ້ນກັບ WTO ໃນວັນທີ 28 ຕຸ­ລາ ຢ່າງເປັນທາງການ. ຕາມນັ້ນ­ແລ້ວ, ວໍຊິງຕັນ ໄດ້ຄັດ­ຄ້ານເລື່ອງຈີນຊອກຫາວີທີການຈັດວາງພາ­ສີລົງ­ໂທດສຳ­ລັບສິນ­ຄ້າຂອງ ອາ­ເມ­ລິ­ກາທີ່ມີມູນຄ່າ 2,4 ຕື້ USD, ພ້ອມທັງ ສະ­ເໜີແນະບັນ­ຫາດັ່ງ­ກ່າວເຖິງສານ ກຳອະນຸຍາໂທຕຸລາການ WTO.

ຕອບກັບ

ຂ່າວ/ບົດ​ອື່ນ