ອາເມລິກາ ຈັດຕັ້ງກອງປະຊຸມຄວາມໝັ້ນຄົງ ທາງທະເລຢູ່ ເຂດທະເລຕາເວັນອອກ

 ອາເມລິກາ ຈັດຕັ້ງກອງປະຊຸມຄວາມໝັ້ນຄົງ       ທາງທະເລຢູ່ ເຂດທະເລຕາເວັນອອກ  - ảnh 1
ພາບປະກອບ: vnexpress.net

(vovword) - ວັນ​ທີ 27 ​ແລະ 28/6, ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ (CSIS) ທີ່ມີ​ສຳນັກງານ​ຕັ້ງ​ຢູ່​ນະຄອນຫລວງ ວໍ​ຊິງ​ຕັນ ຂອງ​ອາ​ເມ​ລິ​ກາ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ປະຈຳ​ປີ ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ຢູ່​ເຂດ ທະ​ເລ​ຕາ​ເວັນ​ອອກ. ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ທະ​ເລ​ຕາ​ເວັນ​ອອກ ​ແລະ ອາຊີ​ປາຊີ​ຟີ​ກ ​ໃນ​ໄລຍະ​ຂ້າມ​ຜ່ານ, ຊອກ​ຫາ​ມາດ​ຕະການ​ເພື່ອ​ແກ້​ໄຂ​ການ​ພິພາດ”, ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດານັກຮຽນ​ຮູ້, ​ນັກ​ຄົ້ນ​ຄ້ວາ​ທີ່​ມາ​ຈາກ​ບັນດາ​ປະ​ເທດ ອາຊີ ​ແລະ ອາ​ເມ​ລິ​ກາ. ​ໃນ​ສອງ​ວັນ​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຄົ້ນ​ຄ້ວາ​ຈະ​ສຸມ​ໃສ່​ປຶກສາ​ຫາລື 5 ​ບັນຫາ​ຕົ້ນຕໍຄື: ບັນດາ​ການ​ຜັນ​ແປ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໃນ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ - ຈີນ; ຕີ​ລາຄາ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ໃນ​ສະພາບ​ພາກ​ພື້ນ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ; ​ບົດບາດຂອງ​ກົດໝາຍ​ສາກົນ​ໃນ​ການ​ແກ້​ໄຂການ​ພິພາດ​ເຂດ​ດິນ​ແດນ ​ແລະ ບັນດາ​ຂໍ​ສະ​ເຫ​ນີທີ່​ມີ​ລັກສະນະ​ນະ​ໂຍບາຍ​ເພື່ອ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ແລະ ການ​ຮ່ວມ​ມື​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ.

Minh Hien ນັກ​ຂ່າວ VOV ປະຈຳ​ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ