ອາເມລິກາ ຈັດພິທີງານສົບ ກິຕິມະສັກ ອະດີດສະມາຊິກສະພາສູງ John McCain

(VOVWORLD) -ພິທີງານສົບ ອະດີດສະມາຊິກສະພາສູງ John McCain ໄດ້ຈັດຂຶ້ນຢູ່ວັງ Capitol  ໃນນະຄອນຫຼວງ ວໍຊິງຕັນ ເມື່ອວັນທີ 31 ສິງຫາ. 

ອາເມລິກາ ຈັດພິທີງານສົບ ກິຕິມະສັກ ອະດີດສະມາຊິກສະພາສູງ John McCain - ảnh 1 ພິທີງານສົບ ອະດີດສະມາຊິກສະພາສູງ John McCain ຢູ່ວັງ Capitol

(ພາບ: Getty/theatlantic)

ພິທີງານສົບ ອະດີດສະມາຊິກສະພາສູງ John McCain ໄດ້ຈັດຂຶ້ນຢູ່ວັງ Capitol  ໃນນະຄອນຫຼວງ ວໍຊິງຕັນ ເມື່ອວັນທີ 31 ສິງຫາ. ສະຖານທີ່ແຫ່ງນີ້ ໄດ້ຮັບຂະໜານນາມວ່າ ແມ່ນ ຫົວໃຈຂອງລັດຖະສະພາ ອາເມລິກາ. ນີ້ແມ່ນການສະແດງຄວາມຮູ້ບຸນຄຸນຄັ້ງສຸດທ້າຍຂອງປະເທດ ອາເມລິກາ ທີ່ສະຫງວນໃຫ້ແກ່ນັກການເມືອງ ເຊິ່ງເປັນຜູ້ໄດ້ຮັບຄວາມເຄົາລົບນັບຖືຈາກທັງສອງພັກ ສາທາລະນະ ແລະ  ພັກປະຊາທິປະໄຕ. ໃນປະຫວັດສາດຂອງ ອາເມລິກາ, ມີພຽງແຕ່ 30 ຄົນທີ່ໄດ້ຮັບການເຊີດຊູຢູ່ສະຖານທີ່ແຫ່ງນີ້ເທົ່ານັ້ນ. ເຂົ້າຮ່ວມພິທີງານສົບມີ ທ່ານ ອະດີດປະທານາທິບໍດີ  Barack Obama  ແລະ George W.Bush.

ຕອບກັບ

ຂ່າວ/ບົດ​ອື່ນ