ອາເມລິກາ ຈັດວາງສຳສັ່ງລົງໂທດຕ້ານບໍລະສັດນ້ຳມັນອາຍແກັດແຫ່ງລັດຊີຣີ

ອາເມລິກາ ຈັດວາງສຳສັ່ງລົງໂທດຕ້ານບໍລະສັດນ້ຳມັນອາຍແກັດແຫ່ງລັດຊີຣີ - ảnh 1
( ພາບປະກອບ )

(vovworld) -     ວັນ​ທີ 10/8, ລັດຖະບານ​ອາ​ເມ​ລິ​ກາ ​ໄດ້ ຈັດ​ວາງ​ສຳ​ສັ່ງ​ລົງ​ໂທດ​ຕ້ານ​ບໍ​ລິ​ສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ລັດ​ຊີຣີ Sytrol ດ້ວຍ​ຄຳກ່າວ​ຫາ​ວ່າ​ ບໍລິສັດ​ນີ້​ໄດ້​ມີ​ການ​ພົວພັນ​​ທຳ​ມາ​ຄ້າຂາຍ​ກັບ​ຂະ​ແໜງ​ພະລັງງານ​ອີຣານ. ​​ໃນ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ກ່າວ​ຫາບໍລິສັດ Sytrol ​ໄດ້​ສົ່ງ​ນ້ຳມັນ 33.000 ​ໂຕນ​ໃຫ້​ແກ່​ອີຣານ ​ເມື່ອ​ເດືອນ 4 ປີ 2012. ​ໃນ​ແຈ້ງ​ການ​ສະບັບໜຶ່ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Patrick Ventrell, ​ໄດ້​ເວົ້າ​ວ່າ ອາ​ເມ​ລິ​ກາ ​ຍັງ​ມີ​ຄວາມ​ວິຕົກ​ກັງວົນ​​ທີ່ສຸດຕໍ່​ບັນດາ​ການ​ພົວພັນ​ທີ່​ໃກ້ຊິດ​ລະຫວ່າງ​ສອງ​ລະບອບ​ກຳ​ອຳນາດ​ຢູ່​ອີຣານ ​ແລະ ຊີຣີ, ພ້ອມ​ກັນ​ນັ້ນກໍ​​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ໃຊ້​ທຸກ​ວິທີ​ເພື່ອ​ສະກັດກັ້ນການທຳລາຍຄວາມມີ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

 ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ກໍ​ໄດ້​ຖະ​ແຫຼ​ງວ່າ ທ່ານ​ປະທານ​ນາ​ທິບໍດີ​ຊີຣີ Bashar al Assad ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ທ່ານຢືນຢັນ​ວ່າ ຈະ​ກໍ​ຄວາມດັນ​ທາງ​ການ​ທູດ​ເພື່ອ​ໃຫ້​ລັດ​ເຊຍ ​ແລະ ຈີນ ຮັບ​ຮູ້​ບັນດາ​ກົານລົງ​ໂທດ​ຢ່າງ​ຮຸ້ນແຮງກວ່າເພື່ອຕ້ານ​ປະທານາທິບໍ​ດີ​ຊີຣີ, ກ້າວ​ໄປ​ເຖິງ​ຈຸດໝາຍ​ສຸດ​ທ້າຍ​ແມ່ນ​ທ່ານ Assad ລາ​ອອກ​ຈາກ​ຕຳ​ແໜ່​ງ. ​

ໃນ​ຄະນະ​ນັ້ນ, ຢູ່​ຊີຣີ, ຈຳນວນ​ຄົນຫລົບ​ໄພ​ຈາກ​ນະຄອນ Aleppo ຂອງ​ຊີຣີ ​ໄປ​ຍັງ​ບັນດາ​ປະ​ເທດ​ບ້ານ​ໄກ້​​ເຮືອນ​ຄຽງ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ນັບ​ມື້​ນັບ​ຫຼາຍຂຶ້ນ ​​ເຊິ່ງໄດ້​ຍົກ​ຈຳນວນ​ຜູ້​ຫລົບ​ໄພ​ຂອງ​ປະ​ເທດ​ນີ້ຂຶ້ນ​ເຖິງ 150.000 ​ຄົມ.
ຂ່າວ/ບົດ​ອື່ນ