ອາເມລິກາ ຈັດວາງອັດຕາພາສີ 0% ສຳລັບທໍ່ເຫຼັກກ້າຂອງ ຫວຽດນາມ

ອາເມລິກາ ຈັດວາງອັດຕາພາສີ 0% ສຳລັບທໍ່ເຫຼັກກ້າຂອງ ຫວຽດນາມ - ảnh 1
(ພາບປະກອບ)

(vovworld) -     ທ່ານ​ລັດຖະມົນຕີ​ການ​ຄ້າ​ອາ​ເມ​ລິ​ກາ ຫາ​ກໍ​ປະກາດ​ຂໍ້​ຕົກລົງ​ສຸດ​ທ້າຍ​ໃນ​ການ​ສືບສວນ​ຕ້ານ​ການ​ໜູນ​ຊ່ວຍ​ທີ່​ມີ​ຕໍ່​ຜະລິດ​ຕະພັນ​ທໍ່​ເຫຼັກ​ກ້າທີ່​ນຳ​​ເຂົ້າ​ຈາກ​ຫວຽດນາມ. ​ເຊິ່ງຕາມ​ນັ້ນ​ແລ້ວ, ຈະ​ອະນຸຍາດໃຫ້ຊຳລະ​ບ້ວງພາສີ​ຕ້ານ​ການໜູນ​ຊ່ວຍ​ສຳ​ຫຼັບ​​ທໍ່​ເຫຼັກ​ກ້າ ຂອງ​ຫວຽດນາມ ທີ່​ນຳ​ເຂົ້າ​ຕະຫຼາດອາ​ເມ​ລິ​ກາ ດ້ວຍ​ພາສີສົ່ງ​ອອກ​ໜູນ​ຊ່ວຍ 0%. ທ່ານ​ລັດຖະມົນຕີ​ໄດ້​ຢືນຢັນ​ວ່າ; ບໍ່​ມີ​ວິ​ສາ​ຫະກິດ​ໃດໆ​​ໄດ້​ຮັບ​ບ້ວງ​ເງິນ​​ໜູນ​ຊ່ວຍ​ຈາກ​ລັດຖະບານ​ຕາມ​ລາຍການ​ຄື​ຝ່າຍ​ໂຈດ​ກ່າວ​ຫາ. ​ເພາະສະ​ນັ້ນ, ບໍ່​ມີ​ການ​ໜູນ​ຊ່ວຍ​ຕ້ານ​ຢັນສຳຫຼັບບັນດາ​ນັກ​ຜະລິດ, ສົ່ງ​ອອກ​ທໍ່ເຫຼັກ​ກ້າຂອງ​ຫວຽດນາມ. ກະຊວງ​ການ​ຄ້າອາ​ເມ​ລິ​ກາ ​ໄດ້​ຍົກ​ເລີກ​ທັງ 17/17 ​ລາຍການ, ນະ​ໂຍບາຍ​ທີ່ຖືກ​ກ່າວ​ຫາແມ່ນ​ມີການ​ໜູນ​ຊ່ວຍ ​ສະ​ນັ້ນຈະ​ຢຸດຕິ​ການ​ສືບສວນ​ຕ້ານ​ການ​ໜູນ​ຊ່ວຍ​ສຳລັບທໍ່​ເຫຼັກ​ກ້າຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ