ອາເມລິກາ ຈັດສົ່ງເຮືອບິນສູ້ຮົບ F22 ເຖິງ ສ ເກົາຫຼີ

ອາເມລິກາ ຈັດສົ່ງເຮືອບິນສູ້ຮົບ F22 ເຖິງ ສ ເກົາຫຼີ - ảnh 1
ເຮືອບິນ F – 22
(ພາບປະກອບ)

(vovworld) - ​ເພື່ອ​ແນ​ໃສ່​ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ປົກ​ປັກ​ຮັກສາ ສ ​ເກົາຫຼີ ຄືນ​ໃໝ່ ​ໃນ​ສະພາບ​​ຄວາມ​ເຄັ່ງຕຶງ​ໃນ​ແຫຼມ ​ເກົາຫຼີ ພວມ​ເພີ່ມ​ທະວີ​ຂຶ້ນ, ວັນ​ທີ 31/3, ອາ​ເມ​ລິ​ກາ ​ໄດ້ ຈັດ​ສົ່ງ​ເຮືອ​ບິນ​ສູ້ຮົບທັນ​ສະ​ໄໝ​ທີ່​ສຸດ​​ໃນ​ປະຈຸ​ບັນ ​ແມ່ນ F – 22 ​ເຖິງ​ປະ​ເທດ​ນີ້​ເພື່ອ​ເຂົ້າ​ຮ່ວ​ມບັນດາ​ການ​ຊ້ອມ​ຮົບ​ຮ່ວມ. ກອງທັບ ອາ​ເມ​ລິກາ ຖື​ວ່າ: ບັນດາ​​ເຮືອບິນ​ສູ້​ຮົບ F – 22 ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ປະຈຳ​ປີທີ່​ມີ​ຊື່ວ່າ: “​ນົກ​ອີນຊີ​ນ້ອຍ” ລະຫວ່າງ ອາ​ເມ​ລິ​ກາ ​ແລະ ສ ​ເກົາຫຼີ ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ຄວາມສາມາ​ດກຽມພ້ອມ​ປົກ​ປັກ​ຮັກສາ ​ເຊ​ີອູ​ນ ຂອງ ສຳພັນ​ທະ​ມິດ​ນີ້ ຕໍ່​ໜ້າທຸກໆ​ການ​ບຸກ​ໂຈມ​ຕີ​ຈາກ ສປປ ​ເກົາຫຼີ. ທຳນຽບ 5 ​ແຈ​ບໍ່​ຊີ້​ແຈ້ງວ່າໄດ້​ຈັດ​ສົ່ງເຮືອບິນ F – 22 ຈັກ​ລຳ​ຈາກ ຍີ່ປຸ່ນ ​​ເຖິງ ສ ​ເກົາຫຼີ, ​ແຕ່​​ໄດ້​​ເວົ້າວ່າ​ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ເຄື່ອ​ນ​ໄຫວຜັດປ່ຽນ​ທັບ​ປ້ອງ​ກັນ​ອາກາດ​​ເປັນ​ປະຈຳລະຫວ່າງ​ບັນດາ​ຖານ​ທີ່​ໝັ້ນ​ຢູ່ ມະຫາ​ສະໝຸດ​ປາຊີ​ຟີ​ກ ຕາ​ເວັນ​ຕົກ ​ເຊິ່ງບັນດາ​ກຳ​ລັງ​ອາ​ເມ​ລິ​ກາ ທີ່ດຳ​ເນີນນັບ​​ແຕ່​ປີ 2004.

ຂ່າວ/ບົດ​ອື່ນ