ອາ​ເມ​ລິ​ກາ - ຈ​ີນ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຮອບ​ໃໝ່

(VOVWORLD) - ວໍຊິງຕັນ ແລະ ປັກກີ່ງ ບັນລຸໄດ້ຄວາມຄືບໜ້າທີ່ດີໃນທຸກໆຂົງເຂດທີ່ພວມຍົກອອກມາປຶກສາຫາລືໃນບັນດາການເຈລະຈາດ້ານການຄ້າ
ອາ​ເມ​ລິ​ກາ - ຈ​ີນ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຮອບ​ໃໝ່ - ảnh 1 ການເຈລະຈາດ້ານການຄ້າຢູ່ ວໍຊິງຕັນ (ພາບ: THX/TTXVN )

ວັນທີ 28 ມີນາ, ຄະນະເຈລະຈາ ອາເມລິກາ ໄດ້ໄປເຖິງນະຄອນຫຼວງ ປັກກີ່ງ ຂອງ ຈີນເພື່ອເລີ່ມຕົ້ນການເຈລະຈາຮອບໃໝ່ແນໃສ່ແກ້ໄຂບັນດາຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງປະເທດ. ການເຈລະຈາຄັ້ງນີ້ໄດ້ດຳເນີນໄປໃນສະພາບທີ່ສອງປະເທດມະຫາອຳນາດດ້ານເສດຖະກິດນີ້ໃກ້ຈະກ້າວໄປເຖິງເລື່ອງບັນລຸໄດ້ຂໍ້ຕົກລົງຊ່ວຍຢຸດຕິຄວາມເຄັ່ງຕຶງທີ່ໄດ້ແກ່ຍາວມາເປັນເວລາຫຼາຍເດືອນເຮັດໃຫ້ພື້ນຖານເສດຖະກິດໃນທົ່ວໂລກຖືກຜົນກະທົບຢ່າງແຮງ.

ຄາດວ່າການເຈລະຈາຈະດຳເນີນເປັນເວລາ 2 ວັນລະຫວ່າງ ທ່ານ Robert Lighthizer ຜູ້ຕາງໜ້າການຄ້າ ອາເມລິກາ, ທ່ານ Steven Munchin ລັດຖະມົນຕີກະຊວງການເງິນ ອາເມລິກາ ກັບ ທ່ານ ຫລ໊ຽວເຄືອ ຮອງນາຍົກລັດຖະມົນຕີ ຈີນ ການເຈລະຈາຄັ້ງທຳອິດນັບແຕ່ເມື່ອ ປັກກິ່ງ ນຳໃຊ້ບັນດາມາດຕະການໃໝ່ເພື່ອສະແດງໃຫ້ເຫັນການຜ່ອນສັ້ນຜ່ອນຍາວ. ບັນດາເຈົ້າໜ້າທີ່ ອາເມລິກາ ໄດ້ຊີ້ແຈ້ງວ່າ ວໍຊິງຕັນ ແລະ ປັກກີ່ງ ບັນລຸໄດ້ຄວາມຄືບໜ້າທີ່ດີໃນທຸກໆຂົງເຂດທີ່ພວມຍົກອອກມາປຶກສາຫາລືໃນບັນດາການເຈລະຈາດ້ານການຄ້າ, ດ້ວຍບັນດາການປ່ຽນແປງທີ່ຍັງບໍ່ເຄີຍມີມາກ່ອນກ່ຽວກັບບັນຫາຖ່າຍທອດເຕັກໂນໂລຢີແບບບັງຄັບ, ແຕ່ປັດຈຸບັນຍັງມີຫຼາຍບັນຫາທີ່ຍັງຄົງຄ້າງ.  

ຕອບກັບ

ຂ່າວ/ບົດ​ອື່ນ