ອາເມລິກາ ຈະສືບຕໍ່ເຄື່ອນໄຫວຢູ່ເຂດທະເລຕາເວັນອອກ

(VOVWORLD) -ວັນທີ 29 ພຶດສະພາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis ໃຫ້ຮູ້ວ່າ, ອາເມລິກາ ຈະສືບຕໍ່ສູ້ຢັນກັບບັນຫາເຊິ່ງວໍຊິງຕັນ ຖືວ່າແມ່ນການຫັນເປັນການທະຫານຂອງຈີນ ສຳລັບບັນດາເກາະຢູ່ເຂດທະເລຕາເວັນອອກ.
ອາເມລິກາ ຈະສືບຕໍ່ເຄື່ອນໄຫວຢູ່ເຂດທະເລຕາເວັນອອກ - ảnh 1(ພາບປະກອບ: AP)

ຖະແຫຼງການຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໂດຍບໍ່ຫົວຊາຕໍ່ເລື່ອງຈີນ ກ່າວປະນາມການເຄື່ອນໄຫວຂອງກອງທັບເຮືອອາເມລິກາ ຢູ່ພາກພື້ນໃນທ້າຍອາທິດຜ່ານມາ.

      ກ່ອນໜ້ານັ້ນ, ກ່ຳປັ່ນຮົບກອງທັບເຮືອອາເມລິກາ ໄດ້ແລ່ນເຂົ້າບໍລິເວນ 12 ໄມທະເລ ຢູ່ອ້ອມເກາະຕ່າງໆຢູ່ທະເລຕາເວັນອອກ ໃນບັ້ນເຄື່ອນໄຫວເພື່ອ “ຄວາມເສລີໃນການເດີນທະເລ”. ນີ້ແມ່ນຄວາມມານະພະຍາຍາມໃໝ່ສຸດຂອງອາເມລິກາ ເພື່ອແນໃສ່ຄັດຄ້ານຈີນ ຈຳກັດສິດເສລີໄປມາຢູ່ພາກພື້ນທີ່ມີຄວາມໝາຍຍຸດທະສາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ