ອາເມລິກາ ຈະເພີ່ມອັດຕາພາສີສໍາລັບບັນດາຜະລິດຕະພັນຂອງຈີນ ນັບແຕ່ວັນທີ 10 ພຶດສະພາເປັນຕົ້ນໄປ

(VOVWORLD) -ອາເມລິກາ ຈະຂຶ້ນພາສີສໍາລັບສິນຄ້ານໍາເຂົ້າຈາກຈີນ ທີ່ມີມູນຄ່າ 200 ຕື້ USD ແຕ່ 10% ເປັນ 25%.

        ຕາມເນື້ອໃນຈົດໝາຍເຫດທາງການ ສະຫະລັດ ອາເມລິກາ ໃຫ້ຮູ້ວ່າ ນັບແຕ່ວັນທີ 10 ພຶດສະພາ ເປັນຕົ້ນໄປ, ປະເທດນີ້ ຈະຂຶ້ນພາສີສໍາລັບສິນຄ້ານໍາເຂົ້າຈາກຈີນ ທີ່ມີມູນຄ່າ 200 ຕື້ USD ແຕ່ 10% ເປັນ 25%. ແຈ້ງການດັ່ງກ່າວ ກໍຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ຫ້ອງການຕາງໜ້າດ້ານການຄ້າ ອາເມລິກາ ຈະສ້າງຂັ້ນຕອນ ເພື່ອນໍາບາງຜະລິດຕະພັນອອກຈາກບັນຊີລາຍຊື່ດັ່ງກ່າວ.

        ຕາມແຜນການແລ້ວ,  ການເຈລະຈາດ້ານການຄ້າຮອບທີ 11 ລະຫວ່າງ ອາເມລິກາ ແລະ ຈີນ ຈະດໍາເນີນໃນລະຫວ່າງວັນທີ 9 – 10 ພຶດສະພາ. ກະຊວງການຄ້າ ຈີນ ວັນທີ 7 ພຶດສະພາ ໄດ້ແຈ້ງໃຫ້ຊາບວ່າ ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ຈະເດີນທາງໄປ ວໍຊີງຕັນ ເພື່ອເຂົ້າຮ່ວມການເຈລະຈາ.


ຕອບກັບ

ຂ່າວ/ບົດ​ອື່ນ