ອາເມລິກາ ຊັ່ງຊາຍົກເລີກຂໍ້ກຳນົດ “ການພົວພັນດ້ານການຄ້າເປັນປົກກະຕິຕະຫຼອດໄປ” ກັບ ລັດເຊຍ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ຮຽກຮ້ອງຢາກໃຫ້ຢຸດຕິການພົວພັນດ້ານການຄ້າເປັນປົກກະຕິກັບ ລັດເຊຍ.
ອາເມລິກາ ຊັ່ງຊາຍົກເລີກຂໍ້ກຳນົດ “ການພົວພັນດ້ານການຄ້າເປັນປົກກະຕິຕະຫຼອດໄປ” ກັບ ລັດເຊຍ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 11 ມີນາ, ສຳນັກຂ່າວສານ Reuters ຂອງ ອັງກິດ ໄດ້ຄັດສະເໜີບັນດາແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຮຽກຮ້ອງຢາກໃຫ້ຢຸດຕິການພົວພັນດ້ານການຄ້າເປັນປົກກະຕິກັບ ລັດເຊຍ. ການກະທຳດັ່ງກ່າວໄດ້ຮັບຖືວ່າ ຈະເປັນການເປີດຊ່ອງທາງໃຫ້ແກ່ການເພີ່ມພາສີສຳລັບສິນຄ້າທີ່ນຳເຂົ້າຈາກ ລັດເຊຍ. ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງໃນອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ, ສະພາແຫ່ງຊາດຕ້ອງໄດ້ຮັບຮອງເອົາເລື່ອງຍົກເລີກຂໍ້ກຳນົດ “ການພົວພັນດ້ານການຄ້າເປັນປົກກະຕິຕະຫຼອດປ” ກັບ ລັດເຊຍ, ແຕ່ບັນດາສະມາຊິກສະພາຕ່ຳ ແລະ ສະພາສູງລ້ວນແຕ່ສະແດງການສະໜັບສະໜູນບາດກ້າວເດີນດັ່ງກ່າວ. ຕາມວົງການນັກຊ່ຽວຊານແລ້ວ, ຖ້າໄດ້ຮັບການປະຕິບັດ, ນີ້ຈະແມ່ນການກະທຳເພີ່ມຄວາມກົດດັນໃໝ່ສຸດເຊິ່ງ ອາເມລິກາ ແລະ ປະເທດພັນທະມິດຍົກອອກມາສຳລັບ ລັດເຊຍ ທີ່ກ່ຽວຂ້ອງເຖິງບັ້ນຮົບການທະຫານພິເສດຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ