ອາເມລິກາ ຊັງຊາໂອກາດເຈລະຈາຂໍ້ຕົກລົງນິວເຄຼຍສະບັບໃໝ່ກັບ ອີຣານ

(VOVWORLD) - ວັນທີ 30 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢືນຢັນວ່າ: ເລື່ອງປະເທດນີ້ ມີຄວາມສາມາດຈະຖອນອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ, ຫຼື ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ຈະສົ່ງ “ສັນຍານຕັ້ງໜ້າ” ເຖິງ ສປປ.ເກົາຫຼີ.

ເມື່ອຕອບສຳພາດຕໍ່ສື່ມວນຊົນໃນການປະຊຸມຂ່າວຮ່ວມກັບທ່ານປະທານາທິບໍດີ ນີເຊເຣຍ Muhammadu Buhari ພວມຢູ່ ຢ້ຽມຢາມ ອາເມລິກາ, ທ່ານປະທານາທິບໍດີ  Donald Trump ອີກຄັ້ງໜຶ່ງຕຳໜິຕິຕຽນ JCPOA ແມ່ນຂໍ້ຕົກລົງທີ່ຊົ່ວຊ້າ ແລະ ເນັ້ນໜັກວ່າຂໍ້ຕົກລົງນິວເຄຼຍສະບັບໃໝ່ກັບ ອີຣານ ແມ່ນອາດຈະເລີ່ມດຳເນີນການເຈລະຈາ. ພ້ອມກັນນັ້ນ ທ່ານກໍ່ໃຫ້ຮູ້ວ່າ: ຈະປະກາດຄວາມຕັດສິນໃຈສຸດທ້າຍກ່ຽວກັບເລື່ອງ ວໍຊິງຕັນ ຈະຖອນອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ ໃນວັນທີ 12 ພຶດສະພາ ຈະມາເຖິງຫຼືບໍ່?


ຕອບກັບ

ຂ່າວ/ບົດ​ອື່ນ