ອາເມລິກາ ຊົມເຊີຍເລື່ອງ ຈີນຖອນຮ້ານເຈາະນ້ຳມັນ ໄຮຢາງ 981

ອາເມລິກາ ຊົມເຊີຍເລື່ອງ ຈີນຖອນຮ້ານເຈາະນ້ຳມັນ ໄຮຢາງ 981 - ảnh 1
(​ທ່ານ​ນາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jen Psaki)

(vovworld) –  ກ່ຽວຂ້ອງ​ເຖິງ​ບັນຫາ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 17/07, ​ທ່ານ​ນາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jen Psaki ​ໃຫ້​ຮູ້​ວ່າ.

        “ອາ​ເມ​ລິກາ ຊົມ​ເຊີຍ​​ເລື່ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ຈາກ​ສະຖານ​ທີ່​ໃກ້​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ເຖິງ​ບໍລິ​ເວນໃກ້​ກັບ​ເກາະ​​ໄຮ​ໜານ. ​ເຫດການ​ທີ່​ກ່ຽວຂ້ອງ​ເຖິງ​ຮ້ານ​ເຈາະ​ນ້ຳມັນ​ດັ່ງກ່າວ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ສຳລັບ​ຝ່າຍ​ຕ່າງໆ​ທີ່​ຮຽກຮ້ອງ​ອະທິປະ​ໄຕ ​​ໃນ​ການເຮັດ​​ແຈ້ງ​ບັນດາ​ຄວາມ​ຮຽກຮ້ອງ​ຂອງ​ຕົນ​ຕາມ​ກົດໝາຍ​ສາກົນ​ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບ​ການ​ກະທຳ ​ແລະ ການ​ປະພຶດ​ທີ່​ເໝາະ​ສົມ​ຢູ່​ພາກ​ພື້ນ”.

        ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ​ສະໜັບສະໜູນ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢຸດຕິ​ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​​ແລະ ມີ​ລັກ​ນະ​ນະ​​ເກາະ​ຜິດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ປີ 2002 ລະຫວ່າງ​ຈີນ ​ແລະ ອາ​ຊຽນ.

        ກ່ຽວ​ກັບ​ທັດສະນະ​ຂອງ​ອາ​ເມ​ລິ​ກາ ຕໍ່​ເລື່ອງ​ຈີນ ຖະ​ແຫຼ​ງຈະ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ສຳ​ຫຼວດຢູ່​ພາກ​ພື້ນ, ທ່ານ​ນາງ Jen Psaki ຢືນຢັນ​ວ່າ ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ​ສະຖຽນ​ລະ​ພາບ, ​ເຄົາລົບ​ກົດໝາຍ​ສາກົນ, ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ຖືກ​ຕາມ​ກົດໝາຍ​ບໍ່​ຖືກ​ກີດຂວາງ, ​ເສລີພາບ​ໃນການ​ເດີນ​ທະ​ເລ​ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ