ອາເມລິກາ ຍົກເງື່ອນໄຂເຊື່ອມຕໍ່ການເຈລະຈາກັບລັດເຊຍກ່ຽວກັບສົນທິສັນຍາປ່ຽນແທນ New START

(VOVWORLD) -ເດືອນ ມີນາ ປີ 2020, ອາເມລິກາແລະ ລັດເຊຍຕົກລົງເຫັນດີຢຸດຕິທຸກການເຄື່ອນໄຫວກວດກາບັນດາສະຖານທີ່ອາວຸດນິວເຄຼຍຍຸດທະສາດຂອງກັນ ຍ້ອນໂລກລະບາດໂຄວິດ 19. 
ອາເມລິກາ ຍົກເງື່ອນໄຂເຊື່ອມຕໍ່ການເຈລະຈາກັບລັດເຊຍກ່ຽວກັບສົນທິສັນຍາປ່ຽນແທນ New START  - ảnh 1ລູກສອນໄຟນຳວິຖີ Yars RS-24 ຂອງລັດເຊຍ ເຂົ້າຮ່ວມການສວນສະຫນາມສະແດງກຳລັງຢູ່ ຈະຕຸລັດ ມົດສະກູ.         ພາບ: AFP/TTXVN

ວັນທີ 1 ກັນຍາ, ອຳນາດການປົກຄອງ ຂອງປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ: ພຽງແຕ່ເວລາໃດການກວດກາບັນດາສະຖານທີ່ອາວຸດນິວເຄຼຍ ຂອງສອງປະເທດ ໄດ້ເຊື່ອມຕໍ່ຄືນໃຫມ່, ວໍຊິງຕັນ ຈຶ່ງສາມາດເຈລະຈາກັບ ມົດສະກູກ່ຽວກັບສົນທິສັນຍາປ່ຽນແທນສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃຫມ່ (New START, ຫລື ເອີ້ນວ່າ START 3) ລະຫວ່າງສອງປະເທດ ເພື່ອແນໃສ່ຈຳກັດອາວຸດນິວເຄຼຍຍຸດທະສາດ.

  ເດືອນ ມີນາ ປີ 2020, ອາເມລິກາແລະ ລັດເຊຍຕົກລົງເຫັນດີຢຸດຕິທຸກການເຄື່ອນໄຫວກວດກາບັນດາສະຖານທີ່ອາວຸດນິວເຄຼຍຍຸດທະສາດຂອງກັນ ຍ້ອນໂລກລະບາດໂຄວິດ 19. ການເຈລະຈາເມື່ອປີກາຍນີ້ກ່ຽວກັບການເຊື່ອມຕໍ່ການເຄື່ອນໄຫວກວດກາດັ່ງກ່າວບໍ່ບັນລຸໝາກຜົນ.

 ຕົ້ນເດືອນນີ້, ວັງ Kremlin ໄດ້ແຈ້ງໃຫ້ ອາເມລິກາ ຮັບຊາບວ່າໃນໄລຍະຈະມາເຖິງ ການເຈລະຈາສົນທິສັນຍາປ່ຽນແທນ New START ໃກ້ຈະໝົດແລ້ວ ແລະ ຖ້າຫາກສົນທິສັນຍານີ້ໝົດຜົນສັກສິດໃນປີ 2026 ຫາກບໍ່ມີສົນທິສັນຍາປ່ຽນແທນ, ຄວາມໝັ້ນຄົງທົ່ວໂລກຈະຊຸດໂຊມ/.

ຕອບກັບ

ຂ່າວ/ບົດ​ອື່ນ