ອາເມລິກາ ຍັງຢາກເຊັນຂໍ້ຕົກລົງດ້ານການຄ້າກັບ ຈີນ ໃນເດືອນໜ້າ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງມີຄວາມຫວັງວ່າ ຈະໄດ້ລົງລາຍເຊັນໃນຂໍ້ຕົກລົງດ້ານການຄ້າກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນຊຸມອາທິດຈະມາເຖິງ ໂດຍຖືກຕາມແຜນການທີ່ໄດ້ກຳນົດໄວ້.

ຄຳຖະແຫຼງການດັ່ງກ່າວ ໂດຍທຳນຽບຂາວຍົກອອກມາ ພາຍຫລັງ ຈີເລ ປະກາດຖອນຕົວອອກຈາກການເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ເຫດການໃນເດືອນ ພະຈິກ ເຊິ່ງການນຳ 2 ທ່ານຄາດວ່າຈະມີການພົບປະກັນຢູ່ນອກກອງປະຊຸມ ເພື່ອລົງລາຍເຊັນໃສ່ຂໍ້ຕົກລົງເບື້ອງຕົ້ນ.

ອາເມລິກາ ຍັງຢາກເຊັນຂໍ້ຕົກລົງດ້ານການຄ້າກັບ ຈີນ ໃນເດືອນໜ້າ - ảnh 1 ພາບປະກອບ/REUTERS/TTXVN

        ວັນທີ 30 ຕຸລາ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ໃຫ້ຮູ້ວ່າ: ບັນດານັກເຈລະຈາທັງ 2 ຝ່າຍພວມຊອກຫາວິທີເພື່ອເອກະພາບກັນກ່ຽວກັບເອກະສານສະບັບໜຶ່ງ ເພື່ອໃຫ້ການນຳ 2 ປະເທດອາດຈະລົງລາຍເຊັນໃນໄລຍະຈະມາເຖິງ.

        ແລະກໍ່ໃນວັນທີ 30 ຕຸລາ, ກະຊວງການເງິນ ອາເມລິກາ ກໍ່ປະກາດວ່າ: ອາເມລິກາ ແລະ 6 ປະເທດອື່ນລວມມີ: ບາເຣນ, ຄູແວດ, ໂອມານ, ກາຕາ, ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ (UAE) ໄດ້ຈັດວາງຄຳສັ່ງລົງໂທດ 25 ກຸ່ມບໍລິສັດ, ທະນາຄານ ແລະ ບຸກຄົນຕ່າງໆ ທີ່ມີການຕິດຕໍ່ພົວພັນກັບຂະບວນການ Hezbollah ຢູ່ ລີບີ.

ຕອບກັບ

ຂ່າວ/ບົດ​ອື່ນ