ອາ​ເມ​ລິ​ກາ ຍັງ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ

(VOVWORLD) - ການສົ່ງອອກໄປຍັງບັນດາຕະຫຼາດ ອາຊີຕາເວັນຕົກ ເພີ່ມຂຶ້ນ 4%, ຄາດວ່າບັນລຸ 5,9 ຕື້ USD ແລະ ຕະຫຼາດ ອາຟະລິກາ ເພີ່ມຂຶ້ນ 1,2%, ພິເສດແມ່ນຕະຫຼາດ ອາຟະລິກາເໜືອ ເພີ່ມຂຶ້ນເຖິງ 9,4%... 

ຕາມກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ໃນ 9 ເດືອນຂອງປີ 2023, ອາເມລິກາ ຍັງແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນການຄ້າຄາດວ່າບັນລຸເກືອບ 71 ຕື້ USD, ຫຼຸດລົງ 16,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖັດມາແມ່ນຕະຫຼາດ ຈີນ, ດ້ວຍວົງເງິນການຄ້າຄາດວ່າບັນລຸກວ່າ 42 ຕື້ USD, ເພີ່ມຂຶ້ນ 2,1%.

        ໃນຂະນະນັ້ນ, ການສົ່ງອອກໄປຍັງບັນດາຕະຫຼາດ ອາຊີຕາເວັນຕົກ ເພີ່ມຂຶ້ນ 4%, ຄາດວ່າບັນລຸ 5,9 ຕື້ USD ແລະ ຕະຫຼາດ ອາຟະລິກາ ເພີ່ມຂຶ້ນ 1,2%, ພິເສດແມ່ນຕະຫຼາດ ອາຟະລິກາເໜືອ ເພີ່ມຂຶ້ນເຖິງ 9,4%... ບັນດາຕົວເລກດັ່ງກ່າວ ໄດ້ຊີ້ໃຫ້ເຫັນຄວາມມານະພະຍາຍາມໃນການຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ສຸມໃສ່ຜັນຂະຫຍາຍບັນດາຕະຫຼາດໃໝ່ ແລະ ກຳລັງບົ່ມຊ້ອນຫຼາຍຢ່າງຂອງວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ