ອ​າ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ຈະ​ຊ້ອມ​ຮົບ​ຮ່ວມ“Freedom Edge” ຄັ້ງ​ທຳ​ອິດ

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Shin Won-sik ພ້ອມກັບຄູ່ຮ່ວມຕຳແໜ່ງ ທ່ານ Lloyd Austin  (ອາເມລິກາ )ແລະ ທ່ານ Minoru Kihara (ຍີ່ປຸ່ນ) ໄດ້ເຫັນດີເປັນເອກະພາບຈະເລີ່ມຕົ້ນການຊ້ອມຮົບຮ່ວມສາມຝ່າຍ ທີ່ມີຊື່ວ່າ “Freedom Edge” ໃນລະດູຮ້ອນປີນ.
ອ​າ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ຈະ​ຊ້ອມ​ຮົບ​ຮ່ວມ“Freedom Edge”  ຄັ້ງ​ທຳ​ອິດ - ảnh 1ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ  (ພາບ: TTXVN)

ວັນທີ 2 ມິຖຸນາ, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ມີການພົບປະ ເພື່ອປຶກສາຫາລື  ບັນດາມາດຕະການເພີ່ມທະວີການຮ່ວມມືຄວາມໝັ້ນຄົງສາມຝ່າຍ, ໃນນັ້ນ ສຸມໃສ່ເຂົ້າການເປີດກວ້າງຂອບເຂດການຊ້ອມຮົບຮ່ວມໃນປີນີ້. ການພົບປະກັນໄດ້ດຳເນີນຢູ່ນອກການສົນທະນາ Shangri-La ຄັ້ງທີ 21 ທີ່ພວມດຳເນີນຢູ່ ສິງກະໂປ ໃນລະຫວ່າງວັນທີ 31 ພຶດສະພາ ຫາວັນທີ 2 ມິຖຸນາ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Shin Won-sik ພ້ອມກັບຄູ່ຮ່ວມຕຳແໜ່ງ ທ່ານ Lloyd Austin  (ອາເມລິກາ )ແລະ ທ່ານ Minoru Kihara (ຍີ່ປຸ່ນ) ໄດ້ເຫັນດີເປັນເອກະພາບຈະເລີ່ມຕົ້ນການຊ້ອມຮົບຮ່ວມສາມຝ່າຍ ທີ່ມີຊື່ວ່າ “Freedom Edge” ໃນລະດູຮ້ອນປີນີ້, ໃນນັ້ນ “Freedom” ແມ່ນຄຳສັບທຳອິດໃນການຊ້ອມຮົບຮ່ວມສອງຝ່າຍ “Freedom Shield” ລະຫວ່າງ ອາເມລິກາ ແລະ ສ.ເກົາລີ, ສ່ວນ “Edge” ແມ່ນຄຳສຸດທ້າຍໃນການຊ້ອມຮົບຮ່ວມ “Keen Edge” ລະຫວ່າງ ອາເມລິກາ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ