ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ.ເກົາຫຼີ ຜັນ​ຂະ​ຫຍາຍ​ກົນ​ໄກ​ແບ່ງ​ປັນ​ຂໍ້​ມູນກ່າວ​​ເຕືອນກ່ຽວ​ກັບ​ລູກ​ສອນ​ໄຟ ນັບ​ແຕ່​ເດືອນ ​ທັນ​ວາ ຈະ​ມາ​ເຖິງ

(VOVWORLD) - ບັນດາເຈົ້າໜ້າທີ່ປ້ອງກັນຊາດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ເຫັນດີຜັນຂະຫຍາຍລະບົບແບ່ງປັນຂໍ້ມູນກ່າວເຕືອນກ່ຽວກັບລູກສອນໄຟ ອັບເດດເວລາຕົວຈິງ ນັບແຕ່ເດືອນທັນວາຈະມາເຖິງ, ເພື່ອຄົ້ນພົບ ແລະ ຕີລາຄາບັນດາເຫດຍິງລູກສອນໄຟນຳວິຖີຂອງ ສ.ເກົາຫຼີ ໄດ້ຢ່າງຊັດເຈນກວ່າ.
ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ.ເກົາຫຼີ ຜັນ​ຂະ​ຫຍາຍ​ກົນ​ໄກ​ແບ່ງ​ປັນ​ຂໍ້​ມູນກ່າວ​​ເຕືອນກ່ຽວ​ກັບ​ລູກ​ສອນ​ໄຟ ນັບ​ແຕ່​ເດືອນ ​ທັນ​ວາ ຈະ​ມາ​ເຖິງ - ảnh 1ປະຊາຊົນຕິດຕາມຂ່າວກ່ຽວກັບການຍິງລູກສອນໄຟຂອງ ສປປ.ເກົາຫຼີ ຜ່ານໂທລະພາບ (ພາບ: AFP/TTXVN)

ວັນທີ 12 ພະຈິກ, ບັນດາເຈົ້າໜ້າທີ່ປ້ອງກັນຊາດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ເຫັນດີຜັນຂະຫຍາຍລະບົບແບ່ງປັນຂໍ້ມູນກ່າວເຕືອນກ່ຽວກັບລູກສອນໄຟ ອັບເດດເວລາຕົວຈິງ ນັບແຕ່ເດືອນທັນວາຈະມາເຖິງ, ເພື່ອຄົ້ນພົບ ແລະ ຕີລາຄາບັນດາເຫດຍິງລູກສອນໄຟນຳວິຖີຂອງ ສ.ເກົາຫຼີ ໄດ້ຢ່າງຊັດເຈນກວ່າ.

        ກະຊວງປ້ອງກັນປະເທດ 3 ປະເທດ ບັນລຸໄດ້ຂໍ້ຕົກລົງແບ່ງປັນຂໍ້ມູນໃນກອງປະຊຸມ ເຊິ່ງຈັດຂຶ້ນເນື່ອງໃນໂອກາດລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin  ໄປຍັງ ເຊອູນ ເຂົ້າຮ່ວມການເຈລະຈາດ້ານຄວາມໝັ້ນຄົງສອງຝ່າຍປະຈຳປີ ກັບຄູ່ຕຳແໜ່ງ ສ.ເກົາຫຼີ Shin Won – sik, ເຊິ່ງໄດ້ດຳເນີນໃນວັນທີ 13 ພະຈິກ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Minoru Kihara ເຂົ້າຮ່ວມກອງປະຊຸມ 3 ຝ່າຍດ້ວຍຮູບແບບທາງໄກ.

        ບັນດາຝ່າຍກໍເຫັນດີສືບຕໍ່ເປີດກວ້າງການເຄື່ອນໄຫວຝຶກແອບ 3 ຝ່າຍໃນຂົງເຂດທີ່ແຕກຕ່າງກັນໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ