ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຊ້ອມຮົບກອງທັບເຮືອຮ່ວມ

(VOVWORLD) - ວັນທີ 12 ພະຈິກ, ຍີ່ປຸ່ນ ແລະ ອາເມລິກາ ດຳເນີນການຊ້ອມຮົບກອງທັບເຮືອຮ່ວມ ດ້ວຍການເຂົ້າຮ່ວມຂອງ 3 ກຸ່ມກ່ຳປັ່ນເດີນບິນຂອງກອງທັບເຮືອ ອາເມລິກາ ຢູ່ທະເລ ຍີ່ປຸ່ນ, 
ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຊ້ອມຮົບກອງທັບເຮືອຮ່ວມ - ảnh 1 ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຊ້ອມຮົບກອງທັບເຮືອຮ່ວມ (ພາບ: ອິນເຕີແນັດ)

 

ໂດຍແມ່ນສ່ວນໜຶ່ງໃມການຊ້ອມຮົບຂອງກຸ່ມສູ້ຮົບ ອາເມລິກາ, ໃນສະພາບຄວາມເຄັ່ງຕຶງພວມເພີ່ມຂຶ້ນໃນແຫຼມເກົາຫຼີ. ກ່ຳປັ່ນຄຸ້ມຊູຂອງ ຍີ່ປຸ່ນ 3 ລຳ ແມ່ນ: Ise, Makinama ແລະ Inazuma ດຳເນີນການຊ້ອມຮົບກັບກ່ຳປັ່ນເດີນບິນ 3 ລຳ ຂອງ ອາເມລິກາ ນັ້ນແມ່ນ: Ronald Reagan, Nimitz ແລະ Theodore Roosevelt. ນີ້ແມ່ນການຊ້ອມຮົບທຳອິດຢູ່ທະວີບປາຊີຟິກຕາເວັນຕົກ ທີ່ມີການເຂົ້າຮ່ວມຂອງກ່ຳປັ່ນເດີນບິນ ອາເມລິກາ 3 ລຳ ນັບແຕ່ປີ 2007.

ກ່ອນໜ້ານັ້ນ, ວັນທີ 11 ພະຈິກ, ກອງທັບເຮືອ ອາເມລິກາ ແລະ ສ.ເກົາຫຼີ ເລີ່ມຕົ້ນບັນດາການຊ້ອມຮົບຮ່ວມຢູ່ຝັ່ງທະເລຕາເວັນອອກຂອງ ສ.ເກົາຫຼີ. ກ່ຳປັ່ນເດີນບິນຂອງ ອາເມລິກາ 3 ລຳ ເຂົ້າຮ່ວມການຊ້ອມຮົບ. ການຊ້ອມຮົມແກ່ຍາວເປັນເວລາ 4 ວັນ ເພື່ນແນໃສ່ຈຸດປະສົງເພີ່ມທະວີການຂູ້ເຕືອນສຳລັບບັນດາໄພນາບຂູ່ດ້ານນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ