ອາ​ເມ​ລິ​ກາ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຍຸດ​ທະ​ສາດ​ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ ຂອງ ສ.ເກົາຫຼີ

(VOVWORLD) -ແຜນຍຸດທະສາດມະຫາສະໝຸດ ອິນເດຍ - ປາຊີຟິກ ຂອງ ສ.ເກົາຫຼີ ແມ່ນການ “ສ່ອງແສງ”ຄຳໝັ້ນສັນຍາລວມຂອງສຳພັນທະມິດສຳລັບຄວາມໝັ້ນຄົງ ແລະ ວັດທະນາຖາວອນຂອງພາກພື້ນ.
ອາ​ເມ​ລິ​ກາ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຍຸດ​ທະ​ສາດ​ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ ຂອງ ສ.ເກົາຫຼີ - ảnh 1ທ່ານ Jake Sullivan ທີ່ປຶກສາຫາຄວາມໝັ້ນຄົງແຫ່ງຊາດ ອ່ເມລິກາ 

ວັນທີ 28 ທັນວາ, ອາເມລິກາ ໄດ້ຊົມເຊີຍເລື່ອງ ສ.ເກົາຫຼີ ຮັບຮອງເອົາຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ, ໂດຍຖືວ່າ ແຜນຍຸດທະສາດດັ່ງກ່າວ ແມ່ນການ “ສ່ອງແສງ”ຄຳໝັ້ນສັນຍາລວມຂອງສຳພັນທະມິດສຳລັບຄວາມໝັ້ນຄົງ ແລະ ວັດທະນາຖາວອນຂອງພາກພື້ນ. ໃນແຈ້ງການສະບັບໜຶ່ງ, ທ່ານ Jake Sullivan ທີ່ປຶກສາຫາຄວາມໝັ້ນຄົງແຫ່ງຊາດ ອ່ເມລິກາ ຊີ້ແຈ້ງວ່າ ແຜນຍຸດທະສາດດັ່ງກ່າວແມ່ນສະແດງໃຫ້ເຫັນຄຳໝັ້ນສັນຍາຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – yeol ໃນການເປີດກວ້າງການຮ່ວມມືກັບບັນດາປະເທດສຳພັນທະມິດ ແລະ ຄູ່ຮ່ວມມືໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ; ເພີ່ມທະວີກຳລັງຄວາມສາມາດລວມພ້ອມກັບ ອາເມລິກາ ປັບປຸງສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ຊຸກຍູ້ການສະກັດກັ້ນການແຜ່ຂະຫຍາຍອາວຸດນິວເຄຼຍ.


ຕອບກັບ

ຂ່າວ/ບົດ​ອື່ນ