ອາເມລິກາ ຕີລາຄາລະດັບຄວາມໝັ້ນຄົງ, ຄວາມປອດໄພຂອງ ຫວຽດນາມ

(VOVWORLD) - ນີ້ແມ່ນການຕີລາຄາຂອງກະຊວງການຕ່າງປະເທດ ອາເມລິກາ ຍົກອອກມາໃນລະບົບການເຕືອນໄພການທ່ອງທ່ຽວຕ່າງປະເທດໃໝ່ ໃຫ້ແກ່ປະຊາຊົນປະເທດນີ້ເຊິ່ງໄດ້ປະກາດໃນວັນທີ 10 ມັງກອນ.
ອາເມລິກາ ຕີລາຄາລະດັບຄວາມໝັ້ນຄົງ, ຄວາມປອດໄພຂອງ ຫວຽດນາມ  - ảnh 1 ແຂກທ່ອງທ່ຽວຕ່າງປະເທດ ຢູ່ ຫວຽດນາມ

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີລະດັບຄວາມສ່ຽງກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງຢູ່ໃນລະດັບຕ່ຳສຸດໃນໂລກ. ນີ້ແມ່ນການຕີລາຄາຂອງກະຊວງການຕ່າງປະເທດ ອາເມລິກາ ຍົກອອກມາໃນລະບົບການເຕືອນໄພການທ່ອງທ່ຽວຕ່າງປະເທດໃໝ່ ໃຫ້ແກ່ປະຊາຊົນປະເທດນີ້ເຊິ່ງໄດ້ປະກາດໃນວັນທີ 10 ມັງກອນ.

        ໃນລະບົບການເຕືອນໄພນີ້, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຈັດບັນດາປະເທດໃນໂລກອອກເປັນ 4 ກຸ່ມການກ່າວເຕືອນຕາມລຳດັບເພີ່ມຂຶ້ນ.

        ກໍ່ຕາມລະບົບນີ້, ບັນດາປະເທດຢູ່ໃນກຸ່ມ 4 ບໍ່ຄວນໄປທ່ອງທ່ຽວລວມມີບັນດາປະເທດ ຕາເວັນອອກກາງ, ອາຟຣີກາ ພວມທຳສົງຄາມ ແລະ ສປປ ເກົາຫຼີ. ກຸ່ມ 3 (ຕ້ອງຄິດໄລ່ຊັ່ງຊາກ່ອນທີ່ຈະໄປທ່ອງທ່ຽວ) ເຊິ່ງລວມມີບັນດາປະເທດສັງຄົມຂາດສະຖຽນລະພາບ. ກຸ່ມ 2 ລວມມີ ບັນດາປະເທດພັນທະມິດຂອງ ອາເມລິກາ ຄື ອັງກິດ, ຝຣັ່ງ, ຍ້ອນຄວາມວິຕົກວັງວົນຕໍ່ຄວາມສ່ຽງເກີດການກໍ່ການຮ້າຍ. ຈີນນອນໃນກຸ່ມ 2 (ຄວນລະວັງຕົວໃນລະດັບສູງ). ເວັ້ນເສຍແຕ່ ອິນໂດເນເຊຍ ແລະ ຟີລິບປິນ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ອື່ນໆລ້ວນແຕ່ນອນໃນກຸ່ມ 1 (ຄວນລະວັງຕົວໃນລະດັບທຳມະດາ).

ຕອບກັບ

ຂ່າວ/ບົດ​ອື່ນ