ອາເມລິກາ ຖືວ່າ ສະພາຄວາມໝັ້ນຄົງ ສປຊ ໝົດມາດຕະການຮັບມືຕໍ່ ສປປ.ເກົາຫຼີ

(VOVWORLD) - ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໝົດມາດຕະການເພື່ອສະກັດກັ້ນໂຄງການນິວເຄຼຍຂອງ ສປປ.ເກົາຫຼີ ແລະ ອາເມລິກາ
ອາເມລິກາ ຖືວ່າ ສະພາຄວາມໝັ້ນຄົງ ສປຊ ໝົດມາດຕະການຮັບມືຕໍ່ ສປປ.ເກົາຫຼີ - ảnh 1 ທ່ານນາງ Nikki Haley ອັກຄະລັດຖະທູດ ອາເມລິກາ ປະຈຳ ສະຫະປະຊາຊາດ (ພາບ:  AFP/TTXVN)

ອາດຈະນຳບັນຫາ ສປປ.ເກົາຫຼີ ໃຫ້ທຳນຽບຫ້າແຈແກ້ໄຂ. ນີ້ແມ່ນຄຳຖະແຫຼງການຂອງເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສະຫະປະຊາຊາດ ທ່ານນາງ Nikki Haley ໃນການຕອບສຳພາດຕໍ່ໂທລະພາບ CNN ທີ່ອອກອາກາດໃນວັນທີ 17 ກັນຍາ. ທ່ານນາງ Nikki Haley ຢືນຢັນວ່າ: ອາເມລິກາ ພວມຄຳນວນເຖິງທຸກກໍລະນີ ເຊິ່ງ ອາເມລິກາ ສາມາດປະຕິບັດໄດ້, ນັບທັງບັນດາມາດຕະການແກ້ໄຂທາງດ້ານການທະຫານທັງໝົດ.

        ເພື່ອແນໃສ່ຕອບໂຕ້ເຫດທົດລອງນິວເຄຼຍຄັ້ງທີ 6 ຂອງ ສປປ.ເກົາຫຼີ, ວັນທີ 11 ກັນຍາ ສະພາຄວາມໝັ້ນຄົງ ສະຫະປະຊາຊາດໄດ້ຮັບຮອງເອົາມະຕິລົງໂທດສະບັບໃໝ່ສຳລັບ ສປປ.ເກົາຫຼີ. ນີ້ແມ່ນມະຕິສະບັບທີ 9 ຊຶ່ງສະພາຄວາມໝັ້ນຄົງສະຫະປະຊາຊາດເຫັນດີເປັນເອກະພາບຮັບຮອງເອົາ ເພື່ອລົງໂທດ ສປປ.ເກົາຫຼີ ຍ້ອນປະເທດນີ້ກ່ຽວຂ້ອງເຖິງໂຄງການລູກສອນໄຟ ແລະ ນິວເຄຼຍນັບແຕ່ປີ 2006 ມາຮອດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ