ອາເມລິກາ ຖອນທະຫານໜູນຊ່ວຍທັງໝົດ ອອກຈາກ ອາບການິສະຖານ

ອາເມລິກາ ຖອນທະຫານໜູນຊ່ວຍທັງໝົດ ອອກຈາກ ອາບການິສະຖານ - ảnh 1

ທະຫານອາເມລິກາລາດຕະເວນຢູ່ Kandahar ທາງກ້ຳໃຕ້ນະຄອນຫຼວງ Kabul ປະເທດອາບການິສຖານເມື່ອວັນທີ 19/6/2012. (ພາບ: AP)


Vovworld-  ຕາມ​ແຫຼ່ງຂ່າວ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ, ວັນທີ 21/9 ຈຳນວນ​ພົນທະຫານ​ທັງ​ໝົດ 33.000 ຄົນ ທີ່​ໄດ້​ຮັບ​ຄຳ​ສັ່ງ​ ຈາກ​ປະທານາ ທິບໍດີ Barac Obama ກ່ຽວ​ກັບ​ການເພີ່ມຈຳນວນພົນ ​ໃຫ້​ແກ່ກຳລັງທະຫານ​ປະສົມ​ປະຈຳການ​ຢູ່​ອາບ​ກາ​ນິສະຖານ​​ ເມື​ອ່ປີ 2009 ​ໄດ້​ຖອນອອກ​ຈາກ​ປະ​ເທດ​ນີ້​ແລ້ວ. ການ ເພີ່ມຈຳນວນພົນຄັ້ງ​ສຸດ​ທ້າຍ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຍູ້​ຖອຍ​ກຳລັງ ຕາ​ລີ​ບານ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ກຳລັງ NaTo ຊ່ວຍ​ອາບ​ກາ​ນິສະຖານ​ຟຶກ​ແອບ​ການ​ທະຫານ​ຈົນ​ເຖິງ​ຂັ້ນ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ພາຍຫຼັງ​ທີ່​ກຳລັງ​ປະສົມ​ຖອນ​ອອກ​ຈາກ​ປະ​ເທດ​ນີ້. ປະທານາ ທິບໍດີ Barac Obama ​ໄດ້​ຖະ​ແຫຼ​ງຢຸດຕິ​ການ​ສູ້​ຮົບ​ຢູ່ ອີຣັກ ​ແລະ ຄ່ອຍຫຼຸດຜ່ອນການ​ຮ່ວມ​ຮົບ​ຢູ່​ອາບ​ກາ​ນິສະຖານ ຂະນະ​ທີ່​ທ່ານ​ພວມ​ຊອກ​ຫາ​ວິທີ​ຫາ​ສຽງ​ເລືອກ​ຕັ້ງ​ຄືນ​ໃໝ່​ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີອາ​ເມ​ລິ​ກາ​ເມື​ອ່ວັນ​ທີ 6/11 ທີ່​ຈະ​ມາ​ເຖິງ.

 

 

 

 

ຂ່າວ/ບົດ​ອື່ນ