ອາເມລິກາ ຖະແຫຼງນະໂຍບາຍຕໍ່ ສປປ.ເກົາຫຼີ ປະສົບຜົນສຳເລັດ

(VOVWORLD) - ວັນທີ 09 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ຖະແຫຼງວ່າ ນະໂຍບາຍຂອງ ວໍຊິງຕັນ ຕໍ່ ສປປ.ເກົາຫຼີ ເຊິ່ງກະຊວງການຕ່າງປະເທດ ອາເມລິກາ ດຳ ເນີນແມ່ນສຳເລັດ.
ອາເມລິກາ ຖະແຫຼງນະໂຍບາຍຕໍ່ ສປປ.ເກົາຫຼີ ປະສົບຜົນສຳເລັດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: Daily Beast)

ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫລວງ Nairobi ປະເທດ ເຄັນຢາ ທ່ານ Tillerson ຊີ້ແຈ້ງວ່າ: “ຄືດັ່ງທີ່ພວກເຮົາໄດ້ຮັບຮູ້ວ່າ ໃນ 24 ຊົ່ວໂມງຜ່ານມາ, ນະໂຍບາຍເຊິ່ງພວກຂ້າພະເຈົ້າໄດ້ຍົກອອກມາຕໍ່ ສປປ.ເກົາຫຼີ ແລະ ໂດຍກະຊວງການຕ່າງປະເທດດຳເນີນແມ່ນສຳເລັດ”. ກ່ອນໜ້ານັ້ນ, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຖະແຫຼງວ່າ ເລື່ອງການນຳ ສປປ.ເກົາຫຼີ Kim Jong-un ຕັດສິນໃຈເຊື້ອເຊີນທ່ານປະທານາທິບໍດີ Trump ຈັດຕັ້ງກອງປະຊຸມສຸດຍອດຄັ້ງປະຫວັດສາດ ນັ້ນແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນວ່າ ບັນດານະໂຍບາຍຂອງ ອາເມລິກາ ໃນບັນຫາ ສປປ.ເກົາຫຼີ ພວມນຳມາເຊິ່ງໝາກຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ